
ຍ້ອນຮອຍປະຫວັດສາດອັນລຶກລັບ "ກຳແພງໃຫຍ່ພູຄັນນາ"
ກຳແພງໃຫຍ່ພູຄັນນາ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ປະກົດການທາງທຳມະຊາດທີ່ເຕັມໄປດ້ວຍຄວາມລຶກລັບ ຕັ້ງຢູ່ເລຽບຕາມ ເສັ້ນທາງເລກ 13 ໃຕ້, ຫ່າງຈາກຕົວເມືອງທ່າແຂກ ແຂວງຄຳມ່ວນ ໄປທາງທິດເໜືອ (ປະມານ 10 ກິໂລແມັດ, ຕໍ່ເນື່ອງໄປເຖິງເຂດບ້ານກົກໄຮ ແລະ ພູຄັນນາ).ແນວກຳແພງຫີນມີລັກສະນະເປັນແຜ່ນຫີນ ຫຼື ຄັນຫີນຫີນຊາຍຂະໜາດໃຫຍ່ ທີ່ຕັ້ງຕະຫງ่าຂຶ້ນສູ່ທ້ອງຟ້າ ມີຄວາມໜາປະມານ 1 ແມັດ ແລະ ມີຄວາມສູງຕັ້ງແຕ່ 10 ຫາ 20 ແມັດ ໃນບາງຊ່ວງ,ເຊື່ອກັນວ່າ ຖືກສ້າງຂຶ້ນຕັ້ງແຕ່ສະໄຫມອານາຈັກສີໂຄດຕະບູນ ໂດຍຝີມືຂອງມະນຸດ ຫຼື ຍັກສຶລຶກຶ ເພື່ອເປັນກຳແພງກັນເມືອງ ຫຼື ເປັນຮ່ອງຮອຍຄວາມເຊື່ອທີ່ສືບຕໍ່ກັນມາແຕ່ບູຮານນະການ ນັກວິຊາການ ແລະ ນັກທໍລະນີສາດ ໄດ້ອະທິບາຍວ່າ ແທ້ຈິງແລ້ວມັນຄື ຫີນໂປ່ (Outcrops) ຂອງຫີນຊາຍ (ໃນໝວດຫີນພູພານ) ທີ່ມີການວາງຕົວຕັ້ງຊາກກັບພື້ນດີນ (ເກີດຈາກການເຄື່ອນໄຫວຂອງເປືອກໂລກ ແລະ ຮອຍເລື່ອນໃນອະດີດ).ເມື່ອຖືກການກັດເຊາະຂອງທຳມະຊາດຜ່ານກາລະເວລາຫຼາຍຮ້ອຍລ້ານປີ ຈຶ່ງເຮັດໃຫ້ເກີດມີຮອຍແຕກທີ່ເປັນລະບຽບ ຈົນເບິ່ງຄ້າຍຄືກັບມີຄົນເອົາກ້ອນຫີນມາ ວາງຊ້ອນທັບກັນເປັນແນວກຳແພງຍັກຢ່າງເປັນລະບຽບ.
ປັດຈຸບັນພວມພັດທະນາສ້າງເປັນຈຸດແວະພັກຜ່ອນ ແລະ ເຊື່ອມໂຍງເສັ້ນທາງທ່ອງທ່ຽວ ມັນໄດ້ສ້າງ "ຈຸດຂາຍ" (Selling Point) ທີ່ເຕັມໄປດ້ວຍຄວາມຕื่ນເຕັ້ນ ແລະ ຄວາມລຶກລັບ ເຊິ່ງດຶງດູດນັກທ່ອງທ່ຽວທີ່ມັກການຜະຈົນໄພ, ຜູ້ທີ່ຊື່ນຊອບມັກການຖ່າຍຮູບມຸມມອງແປກໃໝ່ໆແລະ ນັກທໍລະນີສາດ ໄດ້ເຂົ້າມາສຶກສາຫາລື.




ຜູ້ໃຫຍ່ (ລາວ)
ບໍ່ມີຄ່າເຂົ້າຊົມ
ເດັກນ້ອຍ (ລາວ)
ບໍ່ມີຄ່າເຂົ້າຊົມ
ນັກທ່ອງທ່ຽວຕ່າງຊາດ
ບໍ່ມີຄ່າເຂົ້າຊົມ
* ໝາຍເຫດ: ຄ່າທຳນຽມອາດມີການປ່ຽນແປງຕາມລະດູການ. ກະລຸນາກວດສອບລາຄາຄືນໃໝ່ຢູ່ໜ້າເຄົາເຕີບໍລິການ.
ເປັນໄລຍະທີ່ດີທີ່ສຸດ. ນ້ຳໃນຖ້ຳຈະມີສີຟ້າໃສ ແລະ ນ້ຳບໍ່ເລິກເກີນໄປ.
ທຳມະຊາດຈະຂຽວງາມ ແຕ່ລະດັບນ້ຳອາດຈະສູງ.
Phone
-
-
Website
-
-
ເກີບກັນນ້ຳ, ໄຟສາຍຕິດຫົວ, ເສື້ອຜ້າທີ່ແຫ້ງໄວ.
ຄວນໃສ່ເສື້ອຊູຊີບຕະຫຼອດເວລາທີ່ຢູ່ໃນເຮືອ.
ສາມາດເດີນທາງດ້ວຍລົດສ່ວນຕົວ ຫຼື ລົດໂດຍສານ.






