
ຫຼົບຄວາມວຸ້ນວາຍ,ມາໃຊ້ຊີວິດແບບລຽບງ່າຍທີ່ "ກະຕຶບບ້ານນາ" (ເມືອງລັບແລ)
ກະຕຶບບ້ານນາ ຫລື ເມືອງລັບແລ ຕັ້ງຢູ່ລະຫວ່າງງກາງຂອງບ້ານນາ ແລະ ຖ້ຳເຫີບ ເມືອງຄູນຄຳ ແຂວງຄຳມ່ວນ, ຫ່າງຈາກຕົວເມືອງທ່າແຂກປະມານ 90 ກິໂລແມັດ ໄປຕາມເສັ້ນທາງຫຼວງແຫ່ງຊາດ ເລກ 13 ເໜືອ ແລ້ວລ້ຽວເຂົ້າ ທາງຫຼວງແຫ່ງຊາດ ເລກທີ່8ເຂດທ່ອງທ່ຽວເສັ້ນທາງທ່ອງທ່ຽວວົງຈອນແຂວງຄຳມ່ວນ (Thakhek Loop) 16 ກິໂລແມັດ ໂດຍຂີ່ເຮືອແລະຍ່າງຜ່ານຖ້ຳຫລວງໄປຫາບ້ານນາອີກ5 ກິໂລແມັດ.ທີ່ມາຂອງຊື່ "ເມືອງລັບແລ": ແມ່ນເອີ້ນຕາມພູມສັນຖານເປັນຫຸບເຂົາ ແລະ ປ່າໄມ້ຫີນປູນອັນລຶກລັບ ຈື່ງຖືກນຳມາໃຊ້ເພື່ອສື່ເຖິງ "ດິນແດນທີ່ຫຼົບລີ້ຈາກຄວາມວຸ້ນວາຍ" ເປັນຮ່ອມພູອັນສະຫງົບງຽບທີ່ຄົນມາແລ້ວຮູ້ສຶກຄືກັບໄດ້ຫຼົບໜີເຂົ້າໄປຢູ່ໃນໂລກສ່ວນຕົວທ່າມກາງອ້ອມກອດຂອງຂຸນເຂົາ ແລະ ແມ່ນ້ຳ.ຫຼຸດພົ້ນຈາກໜ້າຈໍດິຈິຕອນ ແລະ ຄວາມຮີບຮ້ອນ ມາໃຊ້ເວລາອ່ານຫນັງສື, ດື່ມກາເຟຮ້ອນໆ ທີ່ແນມເຫັນວິວພູຜາ ແລະ ທົ່ງຫຍ້າ.ພາຍໃຕ້ແນວຄິດການທ່ອງທ່ຽວແບບຮັກສາທຳມະຊາດ ແລະ ວິຖີຊີວິດແບບ Slow Life ໂດຍການນຳເອົາຮູບແບບ "ຕູບນາ" ຫຼື "ເຮືອນນ້ອຍກາງທົ່ງນາ" ມາປະສົມປະສານກັບການພັກຜ່ອນທີ່ສະດວກສະບາຍ ແຕ່ຍັງຄົງກິ່ນອາຍຄວາມລຽບງ່າຍ ແລະ ໃກ້ຊິດກັບທຳມະຊາດ.ກະຕຶບບ້ານນາ (ເມືອງລັບແລ)" ທີ່ເມືອງຄູນຄຳ ແຂວງຄຳມ່ວນ ບໍ່ພຽງແຕ່ເປັນບ່ອນຈອດພັກຊົ່ວຄາວ ແຕ່ມັນແມ່ນ "ສະຖານທີ່ສຳຫຼັບການສາກແບັດຊີວິດ" ບ່ອນທີ່ຄວາມລຽບງ່າຍຂອງຕູບນາ ມາບັນຈົບກັບຄວາມຍິ່ງໃຫຍ່ ແລະ ງົດງາມຂອງຂຸນເຂົາຫີນປູນແຫ່ງດິນແດນຄຳມ່ວນ.




ຜູ້ໃຫຍ່ (ລາວ)
ບໍ່ມີຄ່າເຂົ້າຊົມ
ເດັກນ້ອຍ (ລາວ)
ບໍ່ມີຄ່າເຂົ້າຊົມ
ນັກທ່ອງທ່ຽວຕ່າງຊາດ
ບໍ່ມີຄ່າເຂົ້າຊົມ
* ໝາຍເຫດ: ຄ່າທຳນຽມອາດມີການປ່ຽນແປງຕາມລະດູການ. ກະລຸນາກວດສອບລາຄາຄືນໃໝ່ຢູ່ໜ້າເຄົາເຕີບໍລິການ.
ເປັນໄລຍະທີ່ດີທີ່ສຸດ. ນ້ຳໃນຖ້ຳຈະມີສີຟ້າໃສ ແລະ ນ້ຳບໍ່ເລິກເກີນໄປ.
ທຳມະຊາດຈະຂຽວງາມ ແຕ່ລະດັບນ້ຳອາດຈະສູງ.
Phone
-
-
Website
-
-
ເກີບກັນນ້ຳ, ໄຟສາຍຕິດຫົວ, ເສື້ອຜ້າທີ່ແຫ້ງໄວ.
ຄວນໃສ່ເສື້ອຊູຊີບຕະຫຼອດເວລາທີ່ຢູ່ໃນເຮືອ.
ສາມາດເດີນທາງດ້ວຍລົດສ່ວນຕົວ ຫຼື ລົດໂດຍສານ.







