ຂ້າມໄປເນື້ອຫາຫຼັກSkip to main content
Khammouane Tourism Logo
ໜ້າຫຼັກ
ຕິດຕໍ່
Khammouane Tourism

ເວັບໄຊທ໌ການທ່ອງທ່ຽວແຂວງຄຳມ່ວນ

  • ບ້ານປາກດົງ, ເມືອງທ່າແຂກ, ແຂວງຄຳມ່ວນ
  • ໂທ: +856 51 212 000

ຂໍ້ມູນເພີ່ມເຕີມ

  • ໜ້າຫຼັກ
  • ຄົ້ນພົບຄຳມ່ວນ
  • ຈຸດໝາຍປາຍທາງ
  • ວາງແຜນການເດີນທາງ
  • ຕິດຕໍ່

ເວັບໄຊທ໌ທີ່ກ່ຽວຂ້ອງ

  • Laos Tourism
  • Hinnamno
  • Ecotourism Laos
  • Wearelao
  • konglor-natane

ຮ່ວມພັດທະນາ

ພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ

ພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ

© 2026 ເວັບໄຊທ໌ການທ່ອງທ່ຽວແຂວງຄຳມ່ວນ.·Powered by DTC-KM

Privacy Policy·Developers
ອຸທິຍານແຫ່ງຊາດຫີນໜາມໜໍ່: ມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງປະເທດລາວ | Khammouane Tourism

ອຸທິຍານແຫ່ງຊາດຫີນຫນາມຫນໍ່

ມໍລະດົກໂລກທາງທຳມະຊາດ ປ່າດົງດິບອັນອຸດົມສົມບູນ ແລະ ຄວາມມະຫັດສະຈັນແຫ່ງປ່າຫີນປູນ

ບົວລະພາ
ທຳມະຊາດ
38 ຄົນເຂົ້າເບິ່ງ
ເວລາເປີດ-ປິດ
ຕິດຕໍ່ສອບຖາມ
ຄ່າບໍລິການເລີ່ມຕົ້ນ
ຟຣີ ບໍ່ມີຄ່າເຂົ້າຊົມ
ສະຖານທີ່
ບົວລະພາແຂວງຄຳມ່ວນ, ສປປ ລາວ
ລະດັບຄວາມຍາກ
ປານກາງເໝາະສຳລັບທຸກເພດທຸກໄວ
ນຳທາງ
ຕຳນານ ແລະ ມໍລະດົກ

ປະຫວັດ ແລະ ຄວາມເປັນມາ

ອຸທິຍານແຫ່ງຊາດຫີນໜາມໜໍ່ ສິ່ງມະຫັດສະຈັນມໍລະດົກໂລກທາງທໍາມະຊາດ, ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ມີພື້ນທີ່ທັງໝົດ 94,121 ເຮັກຕາ ຢູ່ທິດຕາເວັນອອກສ່ຽງໃຕ້ຂອງປະເທດລາວ ໄລຍະທາງຈາກຕົວເມືອງທ່າແຂກໄປຫາເຂດອຸທິຍານແຫ່ງຊາດຫີນໜາມໜໍ່ປະມານ 150 ຫາ 170 ກິໂລແມັດ, ເຂດພື້ນທີ່ອະນຸລັກ ທີ່ສວຍສົດງົດງາມໜ້າປະທັບໃຈແຫ່ງນີ້ເປັນຖິ່ນທີ່ຢູ່ອາໄສທີ່ສໍາຄັນ ຂອງຊີວະນາໆພັນຫຼາກຫຼາຍຊະນິດ ແລະ ບາງຊະນິດໃກ້ສູນພັນທີ່ມີລັກສະນະໂດດເດັ່ນລືກລັບທີ່ສຸດຢູ່ໃນໂລກ ແລະ ກໍເປັນແຫຼ່ງກໍາເນີດຂອງລະບົບນິເວດທໍາມະຊາດທີ່ຫຼາກຫຼາຍ ລວມທັງປ່າໄມ້ດົງດິບດັ່ງເດີມທີ່ອຸດົມສົມບູນ, ນໍ້າຕົກຕາດທີ່ສວຍງາມ ແລະ ລະບົບນິເວດຖໍ້າທີ່ມີຄວາມສະຫຼັບຊັບຊ້ອນເປັນຕົ້ນແມ່ນ ຖໍ້ານໍ້າລອດເຊບັ້ງໄຟ ເຂດຊາຍແດນລະຫວ່າງ ສປປ ລາວ ກັບ ປະເທດ ສສ ຫວຽດນາມ ໂດຍມີຂອບເຂດຊາຍແດນທາງທິດຕາເວັນອອກຕິດກັບອຸທິຍານແຫ່ງຊາດ ຟອງຍາ-ແກບາງ ພື້ນທີ່ມໍລະດົກໂລກທາງດ້ານທໍາມະຊາດໃນປະເທດຫວຽດນາມ

ຄໍາວ່າ “ຫີນໜາມໜໍ່” ແປວ່າ “ພູຫີນປູນທີ່ມີຍອດແຫຼມຄົມຄ້າຍຄືກັບໜໍ່ໄມ້” ເຊິ່ງໝາຍເຖິງພູມີທັດຂອງປ່າພູຫີນປູນທີ່ສູງຊັນທີ່ມີຍອດແຫຼມຄົມອັນເປັນເອກະລັກສະເພາະໂດດເດັ່ນທີ່ເກີດຂື້ນຈາກຂະບວນການວິວັດທະນາການທາງດ້ານທໍລະນີວິທະຍາ ເປັນເວລາ 300 ລ້ານປີ.ໃນວັນທີ 13 ກໍລະກົດ 2025 ນີ້, ໃນກອງປະຊຸມຄະນະກໍາມະການມໍລະະດົກໂລກ ຄັ້ງທີ 47 ທີ່ປາຣີ ປະເທດຝຣັ່ງ ໄດ້ຮັບການຮັບຮອງເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່ ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ສປປ ລາວ ເປັນພື້ນທີ່ມໍຣະດົກໂລກ ແບບຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍລະດົກໂລກທາງທຳມະຊາດ ແຂວງກວາງຈິ ຂອງ ສສ ຫວຽດນາມ ຢ່າງເປັນທາງການ.

ພາບປະທັບໃຈ
Highlight 0
Highlight 1
Highlight 2
Story Slide 1
01 / 05

ລາຄາ ແລະ ຄ່າທຳນຽມ

ຜູ້ໃຫຍ່ (ລາວ)

ບັດເຂົ້າຊົມ
ຟຣີ

ບໍ່ມີຄ່າເຂົ້າຊົມ

ມາດຕະຖານ

ເດັກນ້ອຍ (ລາວ)

ບັດເຂົ້າຊົມ
ຟຣີ

ບໍ່ມີຄ່າເຂົ້າຊົມ

ມາດຕະຖານ

ນັກທ່ອງທ່ຽວຕ່າງຊາດ

ບັດເຂົ້າຊົມ
ຟຣີ

ບໍ່ມີຄ່າເຂົ້າຊົມ

ມາດຕະຖານ

ຄ່າກິດຈະກຳ ແລະ ບໍລິການອື່ນໆ

* ໝາຍເຫດ: ຄ່າທຳນຽມອາດມີການປ່ຽນແປງຕາມລະດູການ. ກະລຸນາກວດສອບລາຄາຄືນໃໝ່ຢູ່ໜ້າເຄົາເຕີບໍລິການ.

ສິ່ງອຳນວຍຄວາມສະດວກ

ໄລຍະເວລາທີ່ຄວນມາ

ລະດູແລ້ງ (November - April)

ເປັນໄລຍະທີ່ດີທີ່ສຸດ. ນ້ຳໃນຖ້ຳຈະມີສີຟ້າໃສ ແລະ ນ້ຳບໍ່ເລິກເກີນໄປ.

ລະດູຝົນ (May - October)

ທຳມະຊາດຈະຂຽວງາມ ແຕ່ລະດັບນ້ຳອາດຈະສູງ.

ຕິດຕໍ່ສອບຖາມ

Facebook

ອຸທິຍານແຫ່ງຊາດຫີນຫນາມຫນໍ່

Loading conditions...

ຄຳແນະນຳໃນການເດີນທາງ

ສິ່ງທີ່ຄວນກຽມໄປ

ເກີບກັນນ້ຳ, ໄຟສາຍຕິດຫົວ, ເສື້ອຜ້າທີ່ແຫ້ງໄວ.

ຄວາມປອດໄພ

ຄວນໃສ່ເສື້ອຊູຊີບຕະຫຼອດເວລາທີ່ຢູ່ໃນເຮືອ.

ການເດີນທາງ

ສາມາດເດີນທາງດ້ວຍລົດສ່ວນຕົວ ຫຼື ລົດໂດຍສານ.

Map of Khammouane

ແຜນທີ່ສະຖານທີ່

ເບິ່ງໃນ Google Maps
ປະສົບການຜ່ານຮູບພາບ

ຮູບພາບຄວາມປະທັບໃຈ

ປະສົບການຂອງຜູ້ເຂົ້າພັກ

ສິ່ງທີ່ນັກທ່ອງທ່ຽວຂອງພວກເຮົາເວົ້າ

ຍັງບໍ່ທັນມີຄຳຄິດເຫັນ. ເປັນຄົນທຳອິດທີ່ແບ່ງປັນປະສົບການ!

ສະຖານທີ່ໃກ້ຄຽງ

ຕາດສຽງລື

ຕາດສຽງລື

ຂຸນກອງແລງ

ຂຸນກອງແລງ

ທ່າຝັ່ຮງ

ທ່າຝັ່ຮງ

ຖ້ຳນາງແອ່ນ

ຖ້ຳນາງແອ່ນ