ຂໍ້ມູນການເດີນທາງ

ການເດີນທາງ

ການເດີນທາງມາທີ່ ສປປ ລາວ ຫຼື ແຂວງຄຳມ່ວນ​ສາມາດເດີນທາງມາໄດ້ດ້ວຍ​ຫຼາຍວິທີ ເຊັ່ນ: ທາງບົກ, ທາງ​ອາກາດ ​ແລະ ທາງ​ນ້ຳ​.

ຍົນ

ເດີນທາງດ້ວຍສາຍ​ການ​ບິນ​ສາກົນ​​ ບິນ​ເຂົ້າ​ສູ່​ສະໜາມ​ບິນ​ສາກົນ 3 ​ແຫ່ງ​ຂອງ​ປະ​ເທດ​ຄື: ນະຄອນຫຼວງວຽງ​ຈັນ, ຫຼວງ​ພະ​ບາງ ​ແລະ ​ປາກເຊ (​ເຊັ່ນ:  ສາຍ​ການບິນສາກົນ​ໄທ , ສາຍ​ການບິນ​ຫວຽດນາມ, ສາຍ​ການບິນ​ລາວ , China Southern ​ແລະ Bangkok Airways , Air Asia). ຫຼັງຈາກນັ້ນເດີນທາງຕໍ່ ດ້ວຍບໍລິການລົດຂົນສົ່ງໂດຍສານ ພາຍໃນປະເທດ.

ເດີນທາງຈາກ​ປະ​ເທດ​ເພື່ອນ​ບ້ານ​ ເຊັ່ນ: ໄທ, ຫວຽດນາມ, ກຳປູ​ເຈຍ ​ແລະ ຈີນ.

ລົດໂດຍສານ

  • ແຂວງຄຳມ່ວນ ມີສະຖານີຂົນສົ່ງໂດຍສານຢູ່ 1 ສະຖານີ ຄື: ສະຖານີລົດໂດຍສານສາຍໃຕ້, ຕັ້ງຢູ່ບ້ານໂພນສະອາດ ຕິດກັບ ເສັ່ນທາງ ເລກທີ່ 13 ໃຕ້, ສາມາດເດີນທາງໄປ-ມາໄດ້ທັງພາກໃຕ້ ແລະ ພາກເໜືອ, ເຊິ່ງສາມາດເດີນທາງໄປຕ່າງແຂວງ ເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງສະວັນນະເຂດ, ສາລະວັນ ແລະ ຈຳປາສັກ;
  • ນອກຈາກນີ້ ຍັງສາມາດເດີນທາງໄປ-ມາຕ່າງປະເທດໄດ້ ເຊັ່ນ: ປະເທດໄທ (ນະຄອນພະນົມ) ແລະ ຫວຽດນາມ (ແຂວງກວາງບິງ).

ສະຖານີບໍລິການຂົນສົ່ງງໂດຍສານພາຍໃນແຂວງມີຢູ່ 2 ສະຖານີ້ ຄື: ສະຖານີຕະຫຼາດຫຼັກ 3 ແລະ  ສະຖານີຕະຫຼາດເພັດມະນີ ຫຼັກ 2

ionicons-v5-h

ເຮືອ

ດ່ານທ່າເຮືອ ລາວ-ໄທ (ທ່າແຂກ-ນະຄອນພະນົມ), ຕັ້ງຢູ່ແຄມແມ່ນໍ້າຂອງ, ບ້ານທ່າແຂກກາງ, ເຊິ່ງເປັນຈຸດຂ້າມແດນລະຫວ່າງ ລາວ-ໄທ ດ້ວຍເຮືອ.

  • ເຊົ້າ: 8:00-11:00
  • ຕອນບ່າຍ: 14:00-16:00
Scroll to Top