ທ່າຝຣັ່ງ ວັງສີຄາມ
ທີ່ຢູ່
ບ້ານສອງຄອນ, ຫ່າງຈາກຕົວເມືອງທ່າແຂກປະມານ 18 ກິໂລແມັດ ໄປຕາມເສັນທາງ B12.
ກ່ຽວກັບ
ທ່າຝຣັ່ງວັງສີຄາມແມ່ນວັງນໍ້າໜຶ່ງໃນສາຍນໍ້າໂດນ, ຊຶ່ງນອນຢູ່ໃນເຂດບ້ານສອງຄອນກັບບ້ານທອກ, ຫ່າງຈາກຕົວເມືອງທ່າແຂກປະມານ 18 ກິໂລແມັດ. ທ່າຝຣັ່ງແມ່ນເອີ້ນຕາມຊາວບ້ານມາແຕ່ສະໄໝຝຣັ່ງມາປົກຄອງລາວ, ເພາະວັງນໍ້ານີ້ພວກຝຣັ່ງມັກພາຄອບຄົວ ໄປພັກຜ່ອນ ໃນບໍລິເວນນີ້, ມັນເປັນວັງນໍ້າເລິກ, ບາງບ່ອນກໍ່ມີກ້ອນຫີນພົ້ນຈາກໜ້ານໍ້າທີ່ມີສີຟ້ານັ້ນມາໃຫ້ພວກເຮົາໄດ້ເຫັນ.
ປະຈຸບັນທ່າຝຣັ່ງກາຍເປັນສະຖານທີ່່ສໍາລັບພັກຜ່ອນຍ່ອນໃຈ ແລະ ສ້າງກິດຈະກຳຕ່າງໆເຊັ່ນ: ກິນເຂົ້າປ່າ, ລອຍຫຼິ້ນນໍ້າຂອງປະຊາຊົນຊາວເມືອງທ່າແຂກໂດຍສະ ເພາະແມ່ນມື້ພັກເສົາ-ອາທິດ ແລະ ເທດສະການຕ່າງໆເຊັ່ນ: ປີໃໝ່ລາວ ແລະ ອື່ນໆ.
ທ່າຝຣັ່ງແຫ່ງນີ້ ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ແວະມາຢ້ຽມຢາມ ສະຖານທີ່ແຫ່ງນີ້ບໍ່ໄດ້ຂາດສາຍ.
ສິ່ງທີ່ຄວນຮູ້
ຂໍ້ມູນທົ່ວໄປ
- ເວລາເປີດ-ປິດ
- ເປີດໃຫ້ບໍລິການທຸກວັນເວລາ: 8.00 – 17.00 ໂມງ
- ຄ່າເຂົ້າຊົມ:
- –
ການບໍລິການ
- ອາຫານ ແລະ ທີ່ພັກ
- ອາຫານ
- ເຄື່ອງດື່ມ
- ຫ້ອງພັກ
- ການຊຳລະເງິນ
- ເງິນສົດ
- ກິດຈະກຳ
- Camping
- kayaking
ຄຳແນະນຳ
- ແນະນຳໃນການນຸ່ງຖື
- ເສື້ອຜ້າທີ່ໃສ່ແລ້ວສະດວກສະບາຍ
- ເກີບຜ້າ (ເກີບຊຸບ)
- ສິ່ງທີ່ຄວນເອົາມາ
- ຄີມກັນແດດ
- ຢາກັນຍຸງ
- ຕຸກນໍ້າດື່ມສາມາດຕື່ມນ້ຳໄດ້
ການເດີນທາງ
- ພາຫະນະ
- ທ່າຝຣັ່ງ ຫ່າງຈາກຕົວເມືອງທ່າແຂກປະມານ 18 Km, ສາມາດເດີນທາງດ້ວຍລົດຕຸກຕຸກ ຫຼື ເຊົ່າລົດຈັກ
- ທີ່ຢູ່
- ບ້ານສອງຄອນ, ເມືອງທ່າແຂກ
- ຂໍ້ມູນຕິດຕໍ່
- ໂທ:……………….