ການແຫ່ພະສາດເຜິ້ງໃນງານບຸນນະມັດສະການພຣະທາດສີໂຄດຕະບອງຖືເປັນທໍານຽມດັ່ງເດີມທີ່ຖືກປະຕິບັດສືບທອດກັນມາແຕ່ບູຮານນາການເຊິ່ງເປັນການແຫ່ອ້ອມພຸດທະສິມມາທີ່ພະເຈົ້າໃຫຍ່ປະດິດສະຖານຢູ່ ແລະ ອົງພຣະທາດຈໍານວນ 03 ຮອບເພື່ອເປັນການລະນຶກເຖິງຄຸນພຣະຣັດຕະນະໄຕຣ ຫຼື ຄຸນແກ້ວ 03 ປະການຄື : ຄຸນພຣະພຸດທະເຈົ້າ,ຄຸນພຣະທັມມະເຈົ້າ ແລະ ຄຸນພຣະສັງຄະເຈົ້າ .
ຂະບວນແຫ່ພະສາດເຜິ້ງປີນີ້ແມ່ນກົງກັບວັນສຸກ 23 ກຸມພາ ຂຶ້ນ 14 ຄໍ່າ ເດືອນ 03 ລາວ ພສ 2566 . ຝ່າຍພຣະສົງມີຍາທ່ານ ບຸນຖ່າຍ ຈັນທະໄພຈິດ ປະທານ ອພສ ແຂວງ , ມີຕາງໜ້າເຈົ້າຄະນະຈັງຫວັດນະຄອນພະນົມ , ຕາງໜ້າເຈົ້າຄະນະຈັງຫວັດສາກົນນະຄອນ ແລະ ຕາງໜ້າວັດໃນເທສະບານເມືອງທ່າແຂກ . ໃນພິທີແຫ່ພະສາດເຜິ້ງຄັ້ງນີ້ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢ່າທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວພ້ອມດ້ວຍຄະນະຕິດຕາມ , ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ , ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ , ບັນດາທ່ານໃນຄະນະການນໍາຂັ້ນແຂວງ , ຂັ້ນເມືອງຕະຫຼອດຮອດມວນຊົນພາຍໃນແຂວງ – ຕ່າງແຂວງເວົ້າລວມ,ເວົ້າສະເພາະມວນຊົນພາຍໃນເມືອງທ່າແຂກທີ່ມາຈາກສໍານັກງານ,ອົງການ ພາກລັດ-ເອກະຊົນ ແລະ ຄຸ້ມບ້ານຕ່າງໆເຂົ້າຮ່ວມເປັນຈໍານວນຫຼາຍ .
ໃນພິທີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນກໍ່ໄດ້ກ່າວຕ້ອນຮັບແຂກ ພ້ອມທັງຮຽນເຊີນທ່ານ ປານີ ຢ່າທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄຕ້ທຽນໄຊເພື່ອບູຊາພຣະໄຕນະໄຕຣ ແລ້ວເຂົ້າສູ່ພິທີທາງສາສະໜາສູດປະຣິຕະມຸງຄຸນ ແລະ ຖວາຍປັດໃຈໄຊຍະທານຈາກພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດ . ຫຼັງຈາກນັ້ນແມ່ນໄດ້ຈັດໃຫ້ມີຂະບວນແຫ່ພະສາດເຜິ້ງອ້ອມພຸດທະສິມມາທີ່ພະເຈົ້າໃຫຍ່ປະດິດສະຖານຢູ່ ແລະ ອົງພຣະທາດຈໍານວນ 03 ຮອບເຊິ່ງຂະບວນແຫ່ໃນຄັ້ງນີ້ແມ່ນປະກອບມີ 03 ພາກສ່ວນຄື : ຂະບວນຂອງການນໍາຂັ້ນສູນກາງ-ຂັ້ນແຂວງ-ຂັ້ນເມືອງ,ຂະບວນຂອງ 09 ຕົວເມືອງພ້ອມດ້ວຍຂະບວນຟ້ອນ,ກອງແຕ້-ກອງຈິງ ແລະ ຂະບວນຂອງເມືອງທ່າແຂກພ້ອມດ້ວຍມວນຊົນທົ່ວແຂວງຄໍາມ່ວນ .
ພາຍໃນວັນດຽວກັນຍັງມີກິດຈະກໍາຕ່າງໆເຊັ່ນ : ການແຂ່ງຂັນກິລາບານສົ່ງຍິງ-ຊາຍ , ກະຕໍ້ຍິງ-ຊາຍ , ເສັງກອງແຕ້-ກອງຈິງຮອບຊິງຊະນະເລີດ , ຊົມການສະແດງສີລະປະວັນນະຄະດີ ( ໝໍລໍາ , ເປົ່າແຄນ , ຮ້ອງເພງ , ຟ້ອນ ) ຮອບຊິງຊະນະເລີດ ແລະ ບູຊາອົງພຣະທາດສີໂຄດຕະບອງ .