ງານດັ່ງກ່າວໄດ້ເປີດຂຶ້ນຢ່າງເປັນທາງການໂດຍພາຍໃຕ້ການປະສານສົມທົບກັນລະຫວ່າງສະພາການຄ້າ – ອຸດສາຫະກໍາແຂວງ ແລະ ພະແນກອຸດສາຫະກໍາ – ການຄ້າແຂວງໃນຕອນແລງວັນທີ 21 ກຸມພາ 2024.
ງານດັ່ງກ່າວໄດ້ເປີດຂຶ້ນຢ່າງເປັນທາງການໂດຍພາຍໃຕ້ການປະສານສົມທົບກັນລະຫວ່າງສະພາການຄ້າ – ອຸດສາຫະກໍາແຂວງ ແລະ ພະແນກອຸດສາຫະກໍາ – ການຄ້າແຂວງໃນຕອນແລງວັນທີ 21 ກຸມພາ 2024 ຢູ່ທີ່ບໍລິເວນເດີ່ນພຣະທາດສີໂຄດຕະບອງ ເມືອງທ່າແຂກໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊาຊົນແຂວງຄໍາມ່ວນ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນໃນນາມປະທານຄະນະກໍາມະການຈັດງານບຸນພຣະທາດສີໂຄດຕະບອງປະຈໍາປີ 2024.
ທ່ານ ວັນທອນ ບຸດສົມພັນ ຮອງຫົວໜ້າພະແນກອຸດສາຫະກໍາ – ການຄ້າແຂວງກໍ່ໄດ້ກ່າວຈຸດປະສົງຂອງການຈັດງານ ແລະ ຂໍ້ຕົກລົງອະນຸມັດເປີດງານ. ຈາກນັ້ນທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ – ອຸດສາຫະກໍາແຂວງ ແລະ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງກໍ່ໄດ້ຜັດປ່ຽນກັນຂຶ້ນກ່າວບົດລາຍງານການຫ້າງຫາກະກຽມຈັດງານ ແລະ ກ່າວເປີດງານຕະຫຼາດນັດວາງສະແດງ – ຈໍາໜ່າຍສິນຄ້າຢ່າງເປັນທາງການ.
ເຊິ່ງໃນການຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າພາຍໃນງານຄັ້ງນີ້ກໍ່ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ຕາມຄຳແນະນຳຂອງທ່ານເຈົ້າແຂວງຄຳມ່ວນສະບັບເລກທີ 06/ຈຂ ກ່ຽວກັບການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນແຂວງໃຫ້ປະກົດຜົນເປັນຈິງ. ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມໃຫ້ກຸ່ມຜູ້ຜະລິດຕ່າງໆພາຍໃນແຂວງໃຫ້ເລັ່ງທຳການຜະລິດສິນຄ້າ ແລະ ພັດທະນາສິນຄ້າໃຫ້ຫຼາກຫຼາຍເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດໃນແຕ່ລະໄລຍະ ແລະ ປຸກລະດົມພໍ່ແມ່ປະຊາຊົນໃຫ້ມີສະຕິຫັນມາຊົມໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ.
ພາຍໃນງານຍັງມີລາຍການສິນຄ້າໂອດ໋ອບ ແລະ ສິນຄ້າທ່າແຮງຂອງ 10 ຕົວເມືອງທີ່ເຂົ້າຮ່ວມໃນງານມີຈໍານວນສິນຄ້າ 175 ລາຍການ, ມີມູນຄ່າລວມທັງໝົດ 351.357.000 ກີບ, ພະແນກການຂອງລັດທີ່ເຂົ້າຮ່ວມໃນງານມີຈໍານວນ 03 ພາກສ່ວນ, ພາກສ່ວນຫົວໜ່ວຍທຸລະກິດ ແລະ ບັນດາຜູ້ປະກອບການໃນທົ່ວແຂວງທີ່ເຂົ້າຮ່ວມໃນງານມີຈໍານວນ 265 ຫົວໜ່ວຍ, ຄາດວ່າຈະມີເງິນສໍາພັດໃນງານດັ່ງກ່າວ 10 ຕື້ກວ່າກີບ.