Skip to main content
Khammouane Tourism Logo
ໜ້າຫຼັກ
ຕິດຕໍ່
Hin Nam No National Park
ມໍລະດົກໂລກທາງທໍາມະຊາດແຫ່ງທຳອິດຂອງ ສປປ ລາວ

ອຸທິຍານແຫ່ງຊາດ ຫີນໜາມໜໍ່

ສຳຜັດຄວາມມະຫັດສະຈັນຂອງທຳມະຊາດ ແລະ ລະບົບນິເວດຖ້ຳທີ່ກວ້າງໃຫຍ່ທີ່ສຸດແຫ່ງໜຶ່ງຂອງໂລກ

ກ່ຽວກັບອຸທິຍານແຫ່ງຊາດ

ຍິນດີຕ້ອນຮັບທຸກທ່ານເຂົ້າສູ່ອຸທິຍານແຫ່ງຊາດ ຫີນໜາມໜໍ່ ສິ່ງມະຫັດສະຈັນທາງທໍາມະຊາດ, ມີພື້ນທີ່ທັງໝົດ 94,121 ເຮັກຕາ ຕັ້ງຢູ່ ທິດຕາເວັນອອກສ່ຽງໃຕ້ຂອງປະເທດລາວ. ເຂດພື້ນທີ່ອະນຸລັກທີ່ສວຍສົດງົດງາມນີ້ເປັນຖິ່ນທີ່ຢູ່ອາໄສທີ່ສໍາຄັນ ຂອງຊີວະນາໆພັນຫຼາກຫຼາຍຊະນິດ ແລະ ບາງຊະນິດໃກ້ສູນພັນທີ່ມີລັກສະນະໂດດເດັ່ນລືກລັບທີ່ສຸດຢູ່ໃນໂລກ ແລະ ກໍເປັນແຫຼ່ງກໍາເນີດຂອງລະບົບນິເວດທໍາມະຊາດທີ່ຫຼາກຫຼາຍ ລວມທັງປ່າໄມ້ດົງດິບດັ່ງເດີມທີ່ອຸດົມສົມບູນ, ນໍ້າຕົກຕາດທີ່ສວຍງາມ ແລະ ລະບົບນິເວດຖໍ້າທີ່ມີຄວາມສະຫຼັບຊັບຊ້ອນເປັນຕົ້ນແມ່ນ ຖໍ້ານໍ້າລອດເຊບັ້ງໄຟ ເຊິ່ງເປັນຖໍ້າພູຫີນປູນທີ່ກວ້າງໃຫຍ່ທີ່ສຸດແຫ່ງໜຶ່ງຂອງໂລກ ທີ່ມີສາຍນໍ້າໄຫຼລອດຜ່ານທຸກລະດູການ.

ອຸທິຍານແຫ່ງຊາດ ຫີນໜາມໜໍ່ ຕັ້ງຢູ່ພາກກາງຂອງສາຍພູຫຼວງໃນເຂດພື້ນທີ່ມີພູຫີນປູນສູງຊັນຈໍານວນຫຼາຍ ແລະ ເປັນເຂດຊາຍແດນລະຫວ່າງ ສປປ ລາວ ກັບ ປະເທດ ສສ ຫວຽດນາມ ໂດຍມີຂອບເຂດຊາຍແດນທາງທິດຕາເວັນອອກຕິດກັບອຸທິຍານແຫ່ງຊາດ ຟອງຍາ-ແກບາງ ພື້ນທີ່ມໍລະດົກໂລກທາງດ້ານທໍາມະຊາດໃນປະເທດຫວຽດນາມ ແລະ ເມື່ອເຂດພື້ນທີ່ອະນຸລັກທັງສອງແຫ່ງນີ້ລວມເຂົ້າກັນຈະກາຍເປັນພູມິທັດພູຫີນປູນຂະໜາດໃຫຍ່ທີ່ສຸດໃນໂລກ. ຄໍາວ່າ “ຫີນໜາມໜໍ່” ແປວ່າ “ພູຫີນປູນທີ່ມີຍອດແຫຼມຄົມຄ້າຍຄືກັບໜໍ່ໄມ້” ເຊິ່ງໝາຍເຖິງພູມີທັດຂອງປ່າພູຫີນປູນທີ່ສູງຊັນທີ່ມີຍອດແຫຼມຄົມອັນເປັນເອກະລັກສະເພາະໂດດເດັ່ນທີ່ເກີດຂື້ນຈາກຂະບວນການວິວັດທະນາການທາງດ້ານທໍລະນີວິທະຍາ ເປັນເວລາ 300 ລ້ານປີ.

ອຸທິຍານແຫ່ງຊາດ ຫີນໜາມໜໍ່ ໄດ້ຂຶ້ນທະບຽນເປັນມໍລະດົກໂລກທາງທໍາມະຊາດຂອງອົງການ UNESCO ໃນວັນທີ 13 ກໍລະກົດ ປີ 2025. ການຮັບຮອງຄັ້ງປະຫວັດສາດນີ້ ໄດ້ປະກາດຂຶ້ນໃນລະຫວ່າງກອງປະຊຸມຄະນະກຳມະການມໍລະດົກໂລກສະໄໝສາມັນ ຄັ້ງທີ 47 ທີ່ນະຄອນຫຼວງປາຣີ, ປະເທດຝຣັ່ງ ໂດຍຖືເປັນມໍລະດົກໂລກທາງທໍາມະຊາດແຫ່ງທຳອິດຂອງ ສປປ ລາວ ແລະ ເປັນພື້ນທີ່ມໍລະດົກໂລກແບບຮ່ວມຊາຍແດນ (Transboundary) ແຫ່ງທຳອິດໃນອາຊີຕາເວັນອອກສ່ຽງໃຕ້ ເຊິ່ງເຊື່ອມຕໍ່ກັບອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ. ທ່ານສາມາດອ່ານລາຍລະອຽດເພີ່ມເຕີມກ່ຽວກັບຄວາມໂດດເດັ່ນຂອງອຸທິຍານແຫ່ງນີ້ໄດ້ທີ່ ກ່ຽວກັບອຸທິຍານ

ພື້ນທີ່
94,121 ເຮັກຕາ
ສະຖານະພາບ
ມໍລະດົກໂລກ UNESCO
ທີ່ຕັ້ງ
ເມືອງບົວລະພາ, ແຂວງຄຳມ່ວນ

ສະຖານທີ່ທ່ອງທ່ຽວສຳຄັນ

ຖ້ຳນ້ຳລອດເຊບັ້ງໄຟ

ຖ້ຳນ້ຳລອດເຊບັ້ງໄຟ

ຖ້ຳນ້ຳລອດເຊບັ້ງໄຟ ແມ່ນສະຖານທີ່ທ່ອງທ່ຽວຫຼັກທີ່ສໍາຄັນຂອງອຸທິຍານແຫ່ງຊາດ ຫີນໜາມໜໍ່ ເຊິ່ງໃນເມື່ອກ່ອນ ຊາວບ້ານເຄີຍເຊື່ອຖືກັນວ່າຖໍ້າແຫ່ງນີ້ເປັນແຫຼ່ງກໍາເນີດຂອງສາຍນໍ້າເຊບັ້ງໄຟ. ຖໍ້ານີ້ມີຄວາມຍາວເກືອບ 12 ກິໂລແມັດ, ສູງປະມານ 76 ແມັດ ແລະ ກວ້າງປະມານ 56 ແມັດ ເປັນຖໍ້າຂະໜາດໃຫຍ່ທີ່ສຸດແຫ່ງໜຶ່ງຂອງໂລກທີ່ມີສາຍນໍ້າໄຫຼລອດຜ່ານ.

ບ້ານ ປາກພະນັງ - ການເດີນທາງຂີ່ເຮືອໄປສູ່ຖໍ້ານໍ້າລອດເຊບັ້ງໄຟ

ບ້ານ ປາກພະນັງ - ການເດີນທາງຂີ່ເຮືອໄປສູ່ຖໍ້ານໍ້າລອດເຊບັ້ງໄຟ

ວິທີການເດີນທາງໄປຖໍ້ານໍ້າລອດເຊບັ້ງໄຟທີ່ດີສຸດຄື ການຂີ່ເຮືອຫາງຍາວຈາກບ້ານ ປາກພະນັງ ໄປຫາ ພື້ນທີ່ປາກຖໍ້ານໍ້າລອດເຊບັ້ງໄຟ ບ້ານ ໜອງປີງ ເພາະມັນເປັນການນັ່ງພັກຜ່ອນໄປພ້ອມກັບການຊົມທິວທັດທໍາມະຊາດພູຜາປ່າດົງ, ທົ່ງນາ ແລະ ຄວາຍລຽບຕາມສາຍນໍ້າພະນັງ ແລະ ເຊບັ້ງໄຟ ໂດຍໃຊ້ເວລາປະມານ 1 ຊົ່ວໂມງເຄິ່ງ.

ເສັ້ນທາງຍ່າງທ່ຽວຊົມທໍາມະຊາດຫ້ວຍຮຸກ

ເສັ້ນທາງຍ່າງທ່ຽວຊົມທໍາມະຊາດຫ້ວຍຮຸກ

ສາຍຫ້ວຍຮຸກໄຫຼຜ່ານຖໍ້າ 3 ແຫ່ງໃນເຂດພື້ນທີ່ປ່າຕົ້ນນໍ້າຂອງບ້ານ ທົ່ງຊໍາ ແລະ ມີເສັ້ນທາງຍ່າງຫຼາຍ ເສັ້ນທີ່ສາມາດຍ່າງຈາກບ້ານເຂົ້າໄປໃນພື້ນທີ່ຂອງປ່າດົງດິບ ແລະ ຜ່ານພື້ນທີ່ພູຫີນປູນຂອງອຸທິຍານແຫ່ງຊາດ.

ນ້ຳຕົກຕາດຊຽງລື

ນ້ຳຕົກຕາດຊຽງລື

ທ່ານສາມາດເດີນທາງໄປທ່ຽວຊົມນໍ້າຕົກຕາດຊຽງລື (ນໍ້າຕົກຕາດທີ່ມີສຽງດັງ) ຕັ້ງຢູ່ລະຫວ່າງເສັ້ນທາງ 7 ກິໂລແມັດຈາກຕົວເມືອງບົວລະພາ ຫາ ບ້ານ ໜອງປີງ ເຊິ່ງເປັນນໍ້າຕົກຕາດສູງ 80 ແມັດແຫ່ງນີ້.

ເສັ້ນທາງປະຫວັດສາດໂຮຈິມິນ

ເສັ້ນທາງປະຫວັດສາດໂຮຈິມິນ

ກິ່ວມູຢາ ເປັນທີ່ຮູ້ຈັກກັນດີວ່າເປັນຈຸດເລີ່ມຕົ້ນຂອງເສັ້ນທາງເຂົ້າສູ່ປະເທດລາວທີ່ມີຄວາມຍາວໄລຍະ 16,000 ກິໂລແມັດ ທີ່ເອີ້ນວ່າ ເສັ້ນທາງປະຫວັດສາດໂຮຈິມິນ. ທ່ານຍັງຄົງພົບເຫັນຮ່ອງຮ່ອຍປະຫວັດສາດໃນບ້ານຕ່າງໆ.

ນ້ຳຕົກຕາດສອງຊູ້

ນ້ຳຕົກຕາດສອງຊູ້

ເດີນທາງຈາກບ້ານ ໜອງບົວຕາມເສັ້ນທາງປະຫວັດສາດໂຮຈິມິນ ເຊິ່ງເປັນນໍ້າຕົກຕາດສູງ 20 ແມັດມີນໍ້າໄຫຼຕະຫຼອດທັງປີຊ່ວຍໃຫ້ທ່ານຮູ້ສຶກເຢັນສະບາຍ.

ຜາກຸດ ເບິ່ງລີງ

ຜາກຸດ ເບິ່ງລີງ

ອອກເດີນທາງຍ່າງປ່າທ່ຽວຊົມທໍາມະຊາດຕາມເສັ້ນທາງສັ້ນໃນຕອນເຊົ້າ ຫຼື ຕອນແລງ ຈາກບ້ານ ໜອງແສງໄປສູ່ຜາກຸດ ເພື່ອເບິ່ງລີງ.

ຮູບພາບ ຫີນໜາມໜໍ່

ສຳຜັດຄວາມສວຍງາມຂອງທຳມະຊາດ ພູຜາປ່າໄມ້ ແລະ ລະບົບນິເວດອັນອຸດົມສົມບູນ ຜ່ານມຸມມອງພາບຖ່າຍຈາກອຸທິຍານແຫ່ງຊາດ ຫີນໜາມໜໍ່.

Hin Nam No
Hin Nam No
Hin Nam No
Hin Nam No
Hin Nam No
Hin Nam No
Hin Nam No

ແຜນທີ່ ຫີນໜາມໜໍ່

ສຳຫຼວດພູມສັນຖານ ແລະ ຈຸດສຳຄັນຕ່າງໆ ຂອງອຸທິຍານແຫ່ງຊາດ ຫີນໜາມໜໍ່ ຜ່ານແຜນທີ່ອອນລາຍຂອງພວກເຮົາ.

ຄຳແນະນໍາສໍາລັບແຜນການເດີນທາງ

ມື້ທີ 1

ເດີນທາງຈາກເມືອງທ່າແຂກ – ຍົມມະລາດ – ບ້ານ ຫລັງຄັງ (ແວະພັກຕາມວົງຈອນການທ່ອງທ່ຽວທ່າແຂກ) – ນອນພັກຄືນໃນບ້ານຫລັງຄັງ.

ມື້ທີ 2

ເດີນທາງໄປເບິ່ງລີງຜາກູດ (ຜາລີງ) ໃນຕອນເຊົ້າ – ເສັ້ນທາງຫ້ວຍຮຸກ – ນອນພັກຄ້າງຄືນໃນປ່າ (ນັດໝາຍລ່ວງໜ້າກັບຜູ້ນໍາທ່ຽວບ້ານກ່ອນ) ຫຼື ເດີນທາງກັບໄປບ້ານຫລັງຄັງ.

ມື້ທີ 3

ເດີນທາງໄປຕາດສອງຊູ້ – ເສັ້ນທາງປະຫວັດສາດໂຮ່ຈີ່ມີ່ນ – ຂີ່ເຮືອຢູ່ບ້ານປາກພະນັງໄປບ້ານໜອງປີງ – ນອນພັກຄ້າງຄືນໃນສະຖານທີ່ຕັ້ງແຄັມຖໍ້ານໍ້າລອດເຊບັ້ງໄຟ.

ມື້ທີ 4

ທ່ຽວຊົມຖໍ້ານໍ້າລອດເຊບັ້ງໄຟ – ນໍ້າຕົກຕາດຊຽງລື ແລ້ວເດີນທາງກັບບ້ານຫລັງຄັງ ຫຼື ເມືອງ ຍົມມະລາດ ເພື່ອສືບຕໍ່ເດີນທາງຕາມວົງຈອນການທ່ອງທ່ຽວທ່າແຂກ ຫຼື ເດີນທາງກັບຜ່ານເມືອງມະຫາໄຊ ແລະ ທ່າແຂກ.

ສິ່ງທີ່ຄວນ ແລະ ບໍ່ຄວນເຮັດໃນອຸທິຍານ

ບັນດາແຂກ ແລະ ນັກທ່ອງທ່ຽວທີ່ມາທ່ຽວຊົມໃນບ້ານ ແລະ ຖໍ້າຕ່າງໆໃນພື້ນທີ່ອຸທິຍານແຫ່ງຊາດ ຫີນໜາມໜໍ່ ຄວນຈ້າງຜູ້ນໍາພາທ່ຽວບ້ານທຸກຄັ້ງ ເນື່ອງຈາກວ່າໃນເຂດພື້ນທີ່ຂອງອຸທິຍານຍັງມີລະເບີດຍັງບໍ່ທັນແຕກຕົກຄ້າງສະໄໝສົງຄາມຈໍານວນຫຼາຍ, ຄວນຍ່າງຕາມເສັ້ນທາງທີ່ກໍານົດໄວ້ສໍາລັບນັກທ່ອງທ່ຽວ, ຫ້າມຖິ້ມຂີ້ເຫຍື້ອຊະຊາຍ ລວມທັງກົ້ນຢາສູບທີ່ສູບແລ້ວ ເພື່ອເປັນການຮັກສາຄວາມສະອາດຊ່ວຍກັນ, ຫ້າມນໍາເອົາທຸກສິ່ງທຸກຢ່າງທີ່ຢູ່ໃນພື້ນທີ່ອຸທິຍານອອກຈາກປ່າໄປເຊັ່ນວ່າ ພືດຕ່າງໆທີ່ຢູ່ໃນປ່າ, ຫ້າມສັ່ງຊື້ຜະລິດຕະພັນໄມ້ ແລະ ສັດປ່າໃນພື້ນທີ່ເດັດຂາດ ແລະ ຫ້າມໃຊ້ສຽງດັ່ງລົບກວນສັດປ່າ.

ຕິດຕໍ່ພົວພັນ

ບ້ານ ໜອງບົວ (ທ່ານ ສີບຸນເຮືອງ) 030 4888465
ບ້ານ ໜອງແສງ (ທ່ານ ຄໍາໄສ) 020 78950228
ບ້ານ ທົ່ງຊໍາ (ທ່ານ ບຸນມາ) 020 97171442
ກຸ່ມບໍລິການເຮືອບ້ານໜອງປີງ (ທ່ານ ຈອມ) 020 96418720
ສະຖານທີ່ພັກບ້ານໜອງປີງ (ນາງ ແຕັມ) 020 96993669
ເຮືອນພັກເມືອງບ້ານໜອງປີງ 030 9727284
ກຸ່ມບໍລິການເຮືອບ້ານປາກພະນັງ (ທ່ານ ບຸນມາ) 030 9457695
ເຮືອນພັກຈິນດາພອນເມືອງບົວລະພາ 020 97948880
ເຮືອນພັກຈັນສະໄໝເມືອງບົວລະພາ 020 58807335
ຣີສອດສາຍພູຫຼວງບ້ານຫລັງຄັງ 020 55 223222
ເຮືອນພັກວີເອັມ ບ້ານຫລັງຄັງ 030 91 14 885
ບໍລິສັດທ່ອງທ່ຽວກີຣນດິສໂຄເວີຣີ 031 252 908
Khammouane Tourism

ບ້ານທ່າແຂກກາງ, ເມືອງທ່າແຂກ, ແຂວງຄຳມ່ວນ

ໂທ: +856 51 212 000

ຂໍ້ມູນເພີ່ມເຕີມ

  • ໜ້າຫຼັກ
  • ຄົ້ນພົບຄຳມ່ວນ
  • ຈຸດໝາຍປາຍທາງ
  • ວາງແຜນການເດີນທາງ
  • ຕິດຕໍ່

ເວັບໄຊທ໌ທີ່ກ່ຽວຂ້ອງ

  • Laos Tourism
  • Hinnamno
  • Ecotourism Laos
  • Wearelao
  • konglor-natane

ຮ່ວມພັດທະນາ

MICT

ພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ

MTC

ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຄຳມ່ວນ

Copyright © 2026 ເວັບໄຊທ໌ການທ່ອງທ່ຽວຄຳມ່ວນ|
Powered by ກວທ ແຂວງຄຳມ່ວນ