ຍິນດີຕ້ອນຮັບສູ່ແຂວງຄຳມ່ວນ — ດິນແດນແຫ່ງພູຫີນປູນ ແລະ ສາຍນ້ຳ
ຄູ່ມືສະບັບນີ້ຈະຊ່ວຍໃຫ້ທ່ານກຽມຕົວໄດ້ຢ່າງຄົບຖ້ວນ ເພື່ອໃຫ້ການເດີນທາງເປັນໄປຢ່າງລຽບງ່າຍ ແລະ ໜ້າປະທັບໃຈ. ຂໍ້ມູນທັງໝົດໄດ້ຮັບການກວດສອບໂດຍຫ້ອງການການທ່ອງທ່ຽວແຂວງ.
ໜັງສືຜ່ານແດນ ແລະ ວີຊາ
ນັກທ່ອງທ່ຽວທີ່ເດີນທາງມາ ສປປ ລາວ ຕ້ອງມີໜັງສືຜ່ານແດນທີ່ມີອາຍຸໃຊ້ງານຢ່າງຫນ້ອຍ 6 ເດືອນ ນັບແຕ່ວັນທີເຂົ້າປະເທດ. ນັກທ່ອງທ່ຽວສ່ວນໃຫຍ່ສາມາດຂໍວີຊາໄດ້ທີ່ດ່ານສາກົນ (Visa on Arrival).
ສຳລັບຄວາມສະດວກ, ສາມາດສະໝັກວີຊາລ່ວງໜ້າຜ່ານ laoevisa.gov.la
ກວດສອບລາຍລະອຽດເພີ່ມເຕີມທີ່ laos.tourism.gov.la
ສະຖານທູດ ແລະ ກົງສຸນ
ສາມາດກວດສອບລາຍການສະຖານທູດ ແລະ ສະຖານກົງສຸນຂອງ ສປປ ລາວ ໃນຕ່າງປະເທດ ລວມທັງສະຖານທູດຕ່າງປະເທດທີ່ຕັ້ງຢູ່ນະຄອນຫລວງວຽງຈັນໄດ້ທີ່ເວັບໄຊທາງການລຸ່ມນີ້:
ກະຊວງການຕ່າງປະເທດ ສປປ ລາວ — mofa.gov.la
Embassies and consulates — embassypages.com/city/vientiane
ບໍລິການຂົນສົ່ງ
ມີບໍລິການຮັບສົ່ງສະໜາມບິນ, ລົດຈ້າງ, ລົດຕຸກໆ ແລະ ລົດເມລະຫວ່າງເມືອງ. ສຳລັບການຈອງລ່ວງຫນ້າ ຫຼື ຂໍ້ມູນລາຍລະອຽດ, ຕິດຕໍ່ບໍລິສັດທ່ອງທ່ຽວທ້ອງຖິ່ນທີ່ຂຶ້ນທະບຽນ.
- ລົດຈ້າງສ່ວນຕົວ — ສາມາດເຊົ່າເປັນວັນ ຫຼື ເປັນຊົ່ວໂມງ
- ຕຸກໆ (Tuk-tuk) — ທາງເລືອກທີ່ດີສຳລັບການເດີນທາງໃນເມືອງ
- ລົດເມລະຫວ່າງເມືອງ — ສະຖານີຫຼັກຢູ່ທ່າແຂກ
- ບໍລິການເຊົ່າຍານພາຫະນະ — ຈັກກະຍານ ແລະ ຈັກຍານຍົນ ມີຫຼາຍຮ້ານ
ສະກຸນເງິນ ແລະ ບັດເຄຣດິດ
ສະກຸນເງິນທາງການແມ່ນ ກີບ (LAK ₭). ມີປ້ຽນເງິນເປັນໃບ 1,000 / 2,000 / 5,000 / 10,000 / 20,000 / 50,000 / 100,000 ກີບ. ສາມາດແລກປ່ຽນ USD, THB, EUR ທີ່ທະນາຄານ ແລະ ຮ້ານແລກເງິນທີ່ຂຶ້ນທະບຽນ.
ທະນາຄານສ່ວນໃຫຍ່ມີຕູ້ ATM ທີ່ຮອງຮັບບັດ Visa ແລະ MasterCard. ໂຮງແຮມໃຫຍ່ ແລະ ຮ້ານອາຫານ-ຮ້ານຄ້າທີ່ກ່ຽວກັບການທ່ອງທ່ຽວ ຮັບບັດເຄຣດິດ.
ແນະນຳໃຫ້ພົກເງິນສົດໄວ້ສຳລັບຮ້ານນ້ອຍ, ລົດຕຸກໆ ແລະ ຕະຫຼາດທ້ອງຖິ່ນ — ສ່ວນໃຫຍ່ບໍ່ຮັບບັດ.
ອິນເຕີເນັດ ແລະ ໂທລະຄົມ
ໂຮງແຮມ, ຮ້ານກາເຟ ແລະ ຮ້ານອາຫານສ່ວນໃຫຍ່ມີ Wi-Fi ໃຫ້ບໍລິການຟຣີ. ສຳລັບການເຊື່ອມຕໍ່ມືຖືທີ່ດີຍິ່ງຂຶ້ນ, ສາມາດຊື້ຊິມການ໌ດທ້ອງຖິ່ນທີ່ສະໜາມບິນ ຫຼື ຮ້ານເຄືອຂ່າຍ.
4G/LTE ມີຄອບຄຸມໃນເມືອງສ່ວນໃຫຍ່ ແລະ ຈຸດທ່ອງທ່ຽວຫຼັກ. ບາງເຂດຫ່າງໄກອາດມີສັນຍານຈຳກັດ.
ພາສາ ແລະ ເວລາ
ພາສາທາງການແມ່ນ ພາສາລາວ. ໃນເຂດທ່ອງທ່ຽວສາມາດສື່ສານພາສາອັງກິດ, ຝຣັ່ງ ແລະ ໄທ ໄດ້ໃນລະດັບພື້ນຖານ. ຄົນລາວເປັນມິດສຸພາບ ແລະ ຍິນດີຕ້ອນຮັບແຂກສະເໝີ.
ໄຟຟ້າ
ໄຟຟ້າໃນ ສປປ ລາວ ແມ່ນ 224V · 50Hz. ປັ໊ກໄຟສ່ວນໃຫຍ່ເປັນແບບ 2 ຂາແບນ ຫຼື ກົມ. ນັກທ່ອງທ່ຽວຄວນພົກຫົວແປງສາກສາກົນ (Universal Adapter) ມານຳ.
ພູມສາດ ແລະ ອາກາດ
ແຂວງຄຳມ່ວນ ຕັ້ງຢູ່ໃຈກາງ ສປປ ລາວ ມີຊາຍແດນຕິດກັບປະເທດຫວຽດນາມທາງທິດຕາເວັນອອກ ແລະ ປະເທດໄທທາງທິດຕາເວັນຕົກ. ພູມປະເທດສ່ວນໃຫຍ່ເປັນພູຫີນປູນ, ປ່າດົງດິບ ແລະ ສາຍນ້ຳ.
ພູຫີນປູນ ແລະ ສາຍນ້ຳ — ໃຈກາງ ສປປ ລາວ
ອາກາດເຢັນສະບາຍ ບໍ່ມີຝົນ — ເໝາະທີ່ສຸດສຳລັບການເດີນທາງ
ຮ້ອນແຫ້ງ — ດື່ມນ້ຳຫຼາຍ ແລະ ຫລີກລ້ຽງແສງແດດກາງເວັນ
ຝົນຕົກເປັນໄລຍະ ປ່າໄມ້ຂຽວສົດ — ສິ່ງແວດລ້ອມສວຍງາມທີ່ສຸດ
ຮັກສາສຸຂະພາບ
ກ່ອນອອກເດີນທາງ, ແນະນຳໃຫ້ປຶກສາແພດ ກ່ຽວກັບການສັກວັກຊີນ ແລະ ຢາປ້ອງກັນທີ່ຈຳເປັນ. ຄວນດື່ມນ້ຳຂວດທີ່ສະອາດເທົ່ານັ້ນ ແລະ ກິນອາຫານທີ່ປຸງສຸກໃໝ່.
- ສັກວັກຊີນ ປ້ອງກັນອະຫິວາ, ຕັບອັກເສບ A/B, ໄຂ້ທໍລະພິດ
- ພົກຢາພື້ນຖານ — ຢາແກ້ໄຂ້, ຢາແກ້ທ້ອງເສຍ, ຢາທາກັນຍຸງ
- ດື່ມນ້ຳສະອາດ — ໃຊ້ນ້ຳຂວດທີ່ປິດສະນິດ ຫຼີກລ້ຽງນ້ຳກ້ອນທີ່ບໍ່ຊັດເຈນ
- ປ້ອງກັນຍຸງ — ໂດຍສະເພາະໃນເວລາແລງ ແລະ ເຂດປ່າ
- ໂຮງໝໍປະຈຳແຂວງ ຕັ້ງຢູ່ນະຄອນທ່າແຂກ — ສຳລັບກໍລະນີສຸກເສີນ
ຈຸດກວດຄົນເຂົ້າເມືອງ
ແຂວງຄຳມ່ວນມີດ່ານສາກົນຫຼາຍແຫ່ງ ທີ່ສາມາດເຂົ້າ-ອອກປະເທດໄດ້. ກວດສອບເວລາທຳການ ແລະ ເງື່ອນໄຂການໃຊ້ວີຊາໃຫ້ຮຽບຮ້ອຍກ່ອນເດີນທາງ.
ເບິ່ງຕຳແໜ່ງດ່ານທັງໝົດໃນ Google Maps · Khammouane Borders
ສິ່ງທີ່ຄວນຮູ້
ຄົນລາວເຄົາລົບວັດທະນະທຳ ແລະ ປະເພນີ — ການເຂົ້າໃຈມາລະຍາດທ້ອງຖິ່ນຈະຊ່ວຍໃຫ້ການເດີນທາງລຽບງ່າຍ ແລະ ໄດ້ຮັບຄວາມຮູ້ສຶກອົບອຸ່ນຈາກຄົນທ້ອງຖິ່ນ.
