ຂ້າມໄປເນື້ອຫາຫຼັກSkip to main content
Khammouane Tourism Logo
ໜ້າຫຼັກ
ຕິດຕໍ່
Khammouane Tourism

ເວັບໄຊທ໌ການທ່ອງທ່ຽວແຂວງຄຳມ່ວນ

  • ບ້ານປາກດົງ, ເມືອງທ່າແຂກ, ແຂວງຄຳມ່ວນ
  • ໂທ: +856 51 212 000

ຂໍ້ມູນເພີ່ມເຕີມ

  • ໜ້າຫຼັກ
  • ຄົ້ນພົບຄຳມ່ວນ
  • ຈຸດໝາຍປາຍທາງ
  • ວາງແຜນການເດີນທາງ
  • ຕິດຕໍ່

ເວັບໄຊທ໌ທີ່ກ່ຽວຂ້ອງ

  • Laos Tourism
  • Hinnamno
  • Ecotourism Laos
  • Wearelao
  • konglor-natane

ຮ່ວມພັດທະນາ

ພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ

ພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງຄຳມ່ວນ

© 2026 ເວັບໄຊທ໌ການທ່ອງທ່ຽວແຂວງຄຳມ່ວນ.·Powered by DTC-KM

Privacy Policy·Developers
ຄຳມ່ວນ
Discover The Unseen

ຄຳມ່ວນ

ດິນແດນແຫ່ງມົນສະເໜ່ທາງທຳມະຊາດ ແລະ ປະຫວັດສາດ

ຄົ້ນພົບຄວາມງົດງາມທີ່ເຊື່ອງຊ້ອນຢູ່ໃຈກາງປະເທດລາວ. ຈາກອຸທິຍານແຫ່ງຊາດລະດັບໂລກ, ຮ່ອງຮອຍສະຖາປັດຕະຍະກຳອານານິຄົມ, ຈົນເຖິງວິຖີຊີວິດອັນເປັນເອກະລັກ.

ເລື່ອນລົງ
ປະຫວັດສາດ ຄວາມເປັນມາ

ແຂວງຄຳມ່ວນ

"ຄຳມ່ວນ" ຫຼື ດິນແດນ "ທອງຄຳແຫ່ງຄວາມສຸກ" ຄືໜ້າປະຫວັດສາດທີ່ຍັງມີລົມຫາຍໃຈ.

ຍ້ອນກັບໄປໃນສະຕະວັດທີ 6, ດິນແດນແຫ່ງນີ້ຄືສູນກາງຂອງ ອານາຈັກສີໂຄດຕະບອງ ອັນຍິ່ງໃຫຍ່ໃນອະດີດ ແລະຖືກຖ່າຍທອດຄວາມຮຸ່ງເຮືອງຜ່ານອົງພະທາດອັນສັກສິດ,ກ່ອນຈະກ້າວເຂົ້າສູ່ຍຸກອານານິຄົມຝຣັ່ງ ທີ່ໄດ້ປ່ຽນເມືອງ ທ່າແຂກ ໃຫ້ກາຍເປັນເມືອງທ່າການຄ້າທີ່ສຳຄັນ. ທີ່ເຕັມໄປດ້ວຍມົນສະເໜ່ຂອງສະຖາປັດຕະຍະກຳແບບໂຄໂລນຽນທີ່ງົດງາມລຽບຕາມແຄມແມ່ນ້ຳຂອງ ເຊິ່ງປັດຈຸບັນຍັງຄົງຫຼົງເຫຼືອຮ່ອງຮອຍທາງປະຫວັດສາດ ແລະ ໂບຮານຄະດີໃຫ້ເຫັນຢ່າງຊັດເຈນ.

Thakhek Old Town

ເອກະລັກອັນໂດດເດັ່ນ

ແຂວງຄຳມ່ວນ

ສິ່ງມະຫັດສະຈັນທຳມະຊາດ
01
ອຸດົມສົມບູນດ້ວຍທຳມະຊາດ

ສິ່ງມະຫັດສະຈັນທຳມະຊາດ

ຄຳມ່ວນເປັນທີ່ຮູ້ຈັກກັນດີໃນນາມດິນແດນມະຫັດສະຈັນທາງທຳມະຊາດ, ໂດຍສະເພາະ ອຸທະຍານແຫ່ງຊາດ ຫີນໜາມໜໍ່ ເຊິ່ງເປັນມໍລະດົກໂລກທາງທຳມະຊາດທີ່ສຳຄັນ, ແລະ ຖ້ຳກອງລໍ ທີ່ມີແມ່ນ້ຳໃຕ້ດິນຍາວເຖິງ 7.5 ກິໂລແມັດ. ນອກຈາກນີ້ ຍັງມີເສັ້ນທາງທ່ອງທ່ຽວ ທ່າແຂກລຸບ (Thakhek Loop) ທີ່ນຳພານັກທ່ອງທ່ຽວສຳຜັດກັບຄວາມງົດງາມຂອງພູຫີນປູນລະດັບໂລກ.

ຊົມທຳມະຊາດarrow_forward
ມໍລະດົກອານາຈັກ ແລະ ຍຸກອານານິຄົມ
02
ອາລະຍະທຳອັນໂດດເດັ່ນ

ມໍລະດົກອານາຈັກ ແລະ ຍຸກອານານິຄົມ

ຄຳມ່ວນມີປະຫວັດສາດອັນຍາວນານກວ່າ 1,500 ປີ ໂດຍເປັນສູນກາງຂອງອານາຈັກສີໂຄດຕະບອງ ໃນສະຕະວັດທີ 6. ພຣະທາດສີໂຄດຕະບອງ ຍັງຄົງເປັນສູນລວມຈິດໃຈອັນສັກສິດ. ນອກຈາກນັ້ນ, ເຂດເມືອງເກົ່າທ່າແຂກ (Thakhek's Old Quarter) ຍັງຄົງຮັກສາສະຖາປັດຕະຍະກຳແບບຝຣັ່ງຍຸກອານານິຄົມ (French Colonial) ໄວ້ໄດ້ຢ່າງງົດງາມ, ເຊິ່ງເປັນສັນຍາລັກແຫ່ງການເຊື່ອມໂຍງລະຫວ່າງຍຸກສະໄໝ.

ຮຽນຮູ້ປະຫວັດສາດarrow_forward
ວິຖີຊີວິດ ແລະ ວັດທະນະທຳ
03
ຄວາມຫຼາກຫຼາຍທາງຊາດຕິພັນ

ວິຖີຊີວິດ ແລະ ວັດທະນະທຳ

ຄຳມ່ວນເປັນແຫຼ່ງລວມຂອງຫຼາກຫຼາຍຊົນເຜົ່າທີ່ດຳລົງຊີວິດຮ່ວມກັນຢ່າງກົມກຽວ, ໂດຍສະເພາະ ຊົນເຜົ່າຜູ້ໄທ, ມະກອງ, ຕຣີ ແລະ ອື່ນໆ. ແຕ່ລະຊົນເຜົ່າມີເອກະລັກການນຸ່ງຖື, ພາສາ ແລະ ປະເພນີທີ່ໂດດເດັ່ນ. ຜ້າຝ້າຍ ແລະ ຜ້າໄໝມັດໝີ່ຂອງຄຳມ່ວນ ມີລວດລາຍທີ່ປານີດ ແລະ ເປັນທີ່ຍອມຮັບຢ່າງກວ້າງຂວາງ. ພ້ອມກັນນັ້ນ, ງານບຸນນະມັດສະການພຣະທາດສີໂຄດຕະບອງ ກໍ່ເປັນງານປະເພນີທີ່ສະທ້ອນເຖິງຄວາມເລິກເຊິ່ງທາງຈິດວິນຍານ ແລະ ຄວາມສາມັກຄີຂອງປະຊາຊົນໃນທ້ອງຖິ່ນຢ່າງແທ້ຈິງ.

ຊົມວັດທະນະທຳarrow_forward

ແຫຼ່ງທ່ອງທ່ຽວພາຍໃນແຂວງ

0

ແຫຼ່ງທ່ອງທ່ຽວທັງໝົດ

0

ທຳມະຊາດ

0

ວັດທະນະທຳ

0

ປະຫວັດສາດ

ຮູບພາບແຫ່ງຄວາມຊົງຈຳ

Visual Anthology

Khammouane Province

Khammouane Gallery
Khammouane Gallery
Khammouane Gallery
Khammouane Gallery
+8

ວິດີໂອທ່ອງທ່ຽວເດັ່ນ

ສຳຜັດຄວາມງາມ ແລະ ບັນຍາກາດຂອງແຂວງຄຳມ່ວນ ຜ່ານເລື່ອງລາວທາງວິດີໂອ

ທ່ຽວລາວ

ທ່ຽວລາວ

ສຳຜັດຄວາມງາມຂອງປະເທດລາວ

ຄຳມ່ວນແດນງາມ

ຄຳມ່ວນແດນງາມ

ດິນແດນທີ່ແຫ່ງພູຫີນປູນອັນຍິ່ງໃຫຍ່ຕັ້ງຢູ່ໃຈກາງລາວ

Khong Lea Thakeak district, Khammouane province

Khong Lea Thakeak district, Khammouane province

 The experience of a Lifetime (English)

The experience of a Lifetime (English)

ຂໍ້ມູນພື້ນຖານ

ລາຍລະອຽດທີ່ສຳຄັນຂອງແຂວງ

mapທີ່ຕັ້ງ

ພາກກາງ ຂອງລາວ

aspect_ratioເນື້ອທີ່

16,315 km²

location_cityເມືອງເອກ

ທ່າແຂກ

account_treeຈຳນວນເມືອງ

10 ເມືອງ

groupsພົນລະເມືອງ

~ 420,000

thermostatອາກາດ

ຮ້ອນຊຸ່ມ

map
pin_drop

ແຜນທີ່ແຂວງຄຳມ່ວນ

Interactive map visualization coming soon