ງານດັ່ງກ່າວໄດ້ເປີດຂຶ້ນຢ່າງເປັນທາງການໂດຍພາຍໃຕ້ການປະສານສົມທົບກັນລະຫວ່າງສະພາການຄ້າ – ອຸດສາຫະກໍາແຂວງ ແລະ ພະແນກອຸດສາຫະກໍາ – ການຄ້າແຂວງໃນຕອນແລງວັນທີ 21 ກຸມພາ 2024 ຢູ່ທີ່ບໍລິເວນເດີ່ນພຣະທາດສີໂຄດຕະບອງ ເມືອງທ່າແຂກໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ,ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ , ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນໃນນາມປະທານຄະນະກໍາມະການຈັດງານບຸນພຣະທາດສີໂຄດຕະບອງປະຈໍາປີ 2024 , ມີບັນດາທ່ານໃນຄະນະການນໍາຂັ້ນສູງຂອງແຂວງ,ບັນດາທ່ານເຈົ້າເມືອງ,ຫົວໜ້າ,ຮອງຫົວໜ້າພະແນກການອ້ອມຂ້າງແຂວງ,ຕາງໜ້າຜູ້ປະກອບການ,ຫົວໜ່ວຍທຸລະກິດຫ້າງຮ້ານ ແລະ ກຸ່ມຜະລິດຕະພັນໜຶ່ງເມືອງໜຶ່ງຜະລິດຕະພັນ ( ODOP ) ແລະ ແຂກຖືກເຊີນເຂົ້າຮ່ວມ .
ທ່ານ ວັນທອນ ບຸດສົມພັນ ຮອງຫົວໜ້າພະແນກອຸດສາຫະກໍາ – ການຄ້າແຂວງກໍ່ໄດ້ກ່າວຈຸດປະສົງຂອງການຈັດງານ ແລະ ຂໍ້ຕົກລົງອະນຸມັດເປີດງານ. ຈາກນັ້ນທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ – ອຸດສາຫະກໍາແຂວງ ແລະ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງກໍ່ໄດ້ຜັດປ່ຽນກັນຂຶ້ນກ່າວບົດລາຍງານການຫ້າງຫາກະກຽມຈັດງານ ແລະ ກ່າວເປີດງານຕະຫຼາດນັດວາງສະແດງ – ຈໍາໜ່າຍສິນຄ້າຢ່າງເປັນທາງການ .
ເຊິ່ງໃນການຈັດງານວາງສະແດງ ແລະ ຈໍາໜ່າຍສິນຄ້າພາຍໃນງານຄັ້ງນີ້ກໍ່ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ຕາມຄຳແນະນຳຂອງທ່ານເຈົ້າແຂວງຄຳມ່ວນສະບັບເລກທີ 06/ຈຂ ກ່ຽວກັບການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນແຂວງໃຫ້ປະກົດຜົນເປັນຈິງ . ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມໃຫ້ກຸ່ມຜູ້ຜະລິດຕ່າງໆພາຍໃນແຂວງໃຫ້ເລັ່ງທຳການຜະລິດສິນຄ້າ ແລະ ພັດທະນາສິນຄ້າໃຫ້ຫຼາກຫຼາຍເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດໃນແຕ່ລະໄລຍະ ແລະ ປຸກລະດົມພໍ່ແມ່ປະຊາຊົນໃຫ້ມີສະຕິຫັນມາຊົມໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ.
ການຈັດງານຕະຫຼາດນັດ ແລະ ວາງສະແດງສິນຄ້າໃນຄັ້ງນີ້ສຸດແຕ່ມີຄວາມໝາຍຄວາມສຳຄັນອັນຍອດຍິ່ງ ເພາະເປັນການໂຄສະນາ ແລະ ເຜີຍແຜ່ສິນຄ້າທີ່ເປັນເອກະລັກ, ເປັນມູນເຊື້ອອັນດີງາມຂອງພໍ່ແມ່ປະຊົນເຮົາໃຫ້ແກ່ແຂກຄົນ,ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແຂວງໄດ້ຮັບຮູ້ຜະລິດຕະພັນຂອງລາວເຮົາທີ່ມີຄວາມຫຼາກຫຼາຍ ແລະ ສາມາດປະຍຸກໃຫ້ນຳໃຊ້ເຂົ້າໃນຊີວິດປະຈຳວັນໄດ້ຢ່າງເໜາະສົມ. ພາຍໃນງານຍັງມີລາຍການສິນຄ້າໂອດ໋ອບ ແລະ ສິນຄ້າທ່າແຮງຂອງ 10 ຕົວເມືອງທີ່ເຂົ້າຮ່ວມໃນງານມີຈໍານວນສິນຄ້າ 175 ລາຍການ, ມີມູນຄ່າລວມທັງໝົດ 351.357.000 ກີບ , ພະແນກການຂອງລັດທີ່ເຂົ້າຮ່ວມໃນງານມີຈໍານວນ 03 ພາກສ່ວນ , ພາກສ່ວນຫົວໜ່ວຍທຸລະກິດ ແລະ ບັນດາຜູ້ປະກອບການໃນທົ່ວແຂວງທີ່ເຂົ້າຮ່ວມໃນງານມີຈໍານວນ 265 ຫົວໜ່ວຍ , ຄາດວ່າຈະມີເງິນສໍາພັດໃນງານດັ່ງກ່າວ 10 ຕື້ກວ່າກີບ .
ນອກຈາກການທ່ຽວຊົມພາຍໃນງານນີ້ແລ້ວແຂວງຄຳມ່ວກໍ່ຍັງມີສະຖານທີ່ທ່ອງທ່ຽວທີ່ສຳຄັນຫຼາຍແຫ່ງ ເປັນຕົ້ນພຣະທາດສີໂຄດຕະບອງ, ພຣະທາດເມືອງພອນ, ຖໍ້າພຣະໜອງປາຝາ, ພຣະທາດຕູ້ມພະວັງ, ຖໍ້ານາງແອ່ນ, ຖໍ້າພຣະຈັນ, ຖໍ້າກອງລໍ, ພູຜາມ່ານ, ທ່າຝຣັ່ງ ແລະ ສະຖານທີ່ທ່ອງທ່ຽວຕ່າງໆພາຍໃນແຂວງຄຳມ່ວນ .
ໃນພິທີຄັ້ງນີ້ທ່ານເຈົ້າແຂວງຄໍາມ່ວນກໍ່ໄດ້ເປັນກຽດນໍາພາບັນດາຄະນະການນໍາຂັ້ນແຂວງຕະຫຼອດຮອດແຂກຖືກເຊີນຈາກພາກສ່ວນຕ່າງໆໄດ້ຮ່ວມກັນຕັດແຖບຜ້າ ແລະ ລັ່ນຄ້ອງ 09 ບາດເພື່ອຄວາມເປັນສີລິມຸງຄຸນໃຫ້ແກ່ການຈັດງານບຸນໃນຄັ້ງນີ້ . ຫຼັງຈາກນັ້ນຄະນະນໍາຂັ້ນແຂວງ-ຂັ້ນເມືອງ ແລະ ແຂກທີ່ເຂົ້າຮ່ວມພິທີກໍ່ໄດ້ຍ່າງເບິ່ງງານຕະຫຼາດນັດ ແລະ ວາງສະແດງສິນຄ້າໂອດ໋ອບ 10 ຕົວເມືອງຕະຫຼອດເຖິງຫ້າງຮ້ານຫົວໜ່ວຍທຸລະກິດຕ່າງໆ.