Skip to main contentSkip to main content
Khammouane Tourism Logo
Home
Contact
Practical Travel Guide · 2026

ຂໍ້ມູນພື້ນຖານEssential information for visiting Khammouane

ຄູ່ມືສະບັບສົມບູນສຳລັບການເດີນທາງມາທ່ຽວແຂວງຄຳມ່ວນ — ນະໂຍບາຍວີຊາ, ສະກຸນເງິນ, ດ່ານຊາຍແດນ, ສະພາບອາກາດ ແລະ ທຸກສິ່ງທີ່ນັກທ່ອງທ່ຽວຄວນຮູ້ກ່ອນອອກເດີນທາງ.

ເລີ່ມອ່ານຄູ່ມືດ່ານຊາຍແດນ

Quick Facts

ຂໍ້ມູນດ່ວນ
Capitalທ່າແຂກ
TimezoneGMT +7
Currency₭ LAK
Calling code+856
Languageລາວ
Voltage230V · 50Hz
Contents01 / 11
  • 01Passport & Visa
  • 02Embassies & Consulates
  • 03Transportation
  • 04Currency & Cards
  • 05Internet & Telecom
  • 06Language & Time
  • 07Electricity
  • 08Geography & Climate
  • 09Stay Healthy
  • 10Border Crossings
  • 11Cultural Etiquette

ຍິນດີຕ້ອນຮັບສູ່ແຂວງຄຳມ່ວນ — ດິນແດນແຫ່ງພູຫີນປູນ ແລະ ສາຍນ້ຳ

ຄູ່ມືສະບັບນີ້ຈະຊ່ວຍໃຫ້ທ່ານກຽມຕົວໄດ້ຢ່າງຄົບຖ້ວນ ເພື່ອໃຫ້ການເດີນທາງເປັນໄປຢ່າງລຽບງ່າຍ ແລະ ໜ້າປະທັບໃຈ. ຂໍ້ມູນທັງໝົດໄດ້ຮັບການກວດສອບໂດຍຫ້ອງການການທ່ອງທ່ຽວແຂວງ.

Section 01

ໜັງສືຜ່ານແດນ ແລະ ວີຊາ

Passport & Visa Requirements

ນັກທ່ອງທ່ຽວທີ່ເດີນທາງມາ ສປປ ລາວ ຕ້ອງມີໜັງສືຜ່ານແດນທີ່ມີອາຍຸໃຊ້ງານຢ່າງຫນ້ອຍ 6 ເດືອນ ນັບແຕ່ວັນທີເຂົ້າປະເທດ. ນັກທ່ອງທ່ຽວສ່ວນໃຫຍ່ສາມາດຂໍວີຊາໄດ້ທີ່ດ່ານສາກົນ (Visa on Arrival).

ວີຊາ on Arrival · 30–45 USD ອາຍຸ 30 ວັນ ຮູບຖ່າຍ 4×6 ໜຶ່ງໃບ
ສະໝັກ e-Visa ອອນລາຍ

ສຳລັບຄວາມສະດວກ, ສາມາດສະໝັກວີຊາລ່ວງໜ້າຜ່ານ laoevisa.gov.la

ກວດສອບລາຍລະອຽດເພີ່ມເຕີມທີ່ laos.tourism.gov.la

Section 02

ສະຖານທູດ ແລະ ກົງສຸນ

Embassies & Consulates

ສາມາດກວດສອບລາຍການສະຖານທູດ ແລະ ສະຖານກົງສຸນຂອງ ສປປ ລາວ ໃນຕ່າງປະເທດ ລວມທັງສະຖານທູດຕ່າງປະເທດທີ່ຕັ້ງຢູ່ນະຄອນຫລວງວຽງຈັນໄດ້ທີ່ເວັບໄຊທາງການລຸ່ມນີ້:

ກະຊວງການຕ່າງປະເທດ
mofa.gov.la
ສະຖານທູດ ສປປ ລາວ ໃນຕ່າງປະເທດ
Embassies & Consulates
embassypages.com
ສະຖານທູດຕ່າງປະເທດໃນວຽງຈັນ
ແຫລ່ງຂໍ້ມູນທາງການ

ກະຊວງການຕ່າງປະເທດ ສປປ ລາວ — mofa.gov.la

Embassies and consulates — embassypages.com/city/vientiane

Section 03

ບໍລິການຂົນສົ່ງ

Transportation Services

ມີບໍລິການຮັບສົ່ງສະໜາມບິນ, ລົດຈ້າງ, ລົດຕຸກໆ ແລະ ລົດເມລະຫວ່າງເມືອງ. ສຳລັບການຈອງລ່ວງຫນ້າ ຫຼື ຂໍ້ມູນລາຍລະອຽດ, ຕິດຕໍ່ບໍລິສັດທ່ອງທ່ຽວທ້ອງຖິ່ນທີ່ຂຶ້ນທະບຽນ.

  • ລົດຈ້າງສ່ວນຕົວ — ສາມາດເຊົ່າເປັນວັນ ຫຼື ເປັນຊົ່ວໂມງ
  • ຕຸກໆ (Tuk-tuk) — ທາງເລືອກທີ່ດີສຳລັບການເດີນທາງໃນເມືອງ
  • ລົດເມລະຫວ່າງເມືອງ — ສະຖານີຫຼັກຢູ່ທ່າແຂກ
  • ບໍລິການເຊົ່າຍານພາຫະນະ — ຈັກກະຍານ ແລະ ຈັກຍານຍົນ ມີຫຼາຍຮ້ານ
Section 04

ສະກຸນເງິນ ແລະ ບັດເຄຣດິດ

Currency & Cards

ສະກຸນເງິນທາງການແມ່ນ ກີບ (LAK ₭). ມີປ້ຽນເງິນເປັນໃບ 1,000 / 2,000 / 5,000 / 10,000 / 20,000 / 50,000 / 100,000 ກີບ. ສາມາດແລກປ່ຽນ USD, THB, EUR ທີ່ທະນາຄານ ແລະ ຮ້ານແລກເງິນທີ່ຂຶ້ນທະບຽນ.

🇺🇸 USD
≈ 21,500
ກີບ / 1 ໂດລາສະຫະລັດ
🇹🇭 THB
≈ 600
ກີບ / 1 ບາດ
🇪🇺 EUR
≈ 23,400
ກີບ / 1 ເອີໂຣ

ທະນາຄານສ່ວນໃຫຍ່ມີຕູ້ ATM ທີ່ຮອງຮັບບັດ Visa ແລະ MasterCard. ໂຮງແຮມໃຫຍ່ ແລະ ຮ້ານອາຫານ-ຮ້ານຄ້າທີ່ກ່ຽວກັບການທ່ອງທ່ຽວ ຮັບບັດເຄຣດິດ.

ຄຳແນະນຳ

ແນະນຳໃຫ້ພົກເງິນສົດໄວ້ສຳລັບຮ້ານນ້ອຍ, ລົດຕຸກໆ ແລະ ຕະຫຼາດທ້ອງຖິ່ນ — ສ່ວນໃຫຍ່ບໍ່ຮັບບັດ.

Section 05

ອິນເຕີເນັດ ແລະ ໂທລະຄົມ

Internet & Telecom

ໂຮງແຮມ, ຮ້ານກາເຟ ແລະ ຮ້ານອາຫານສ່ວນໃຫຍ່ມີ Wi-Fi ໃຫ້ບໍລິການຟຣີ. ສຳລັບການເຊື່ອມຕໍ່ມືຖືທີ່ດີຍິ່ງຂຶ້ນ, ສາມາດຊື້ຊິມການ໌ດທ້ອງຖິ່ນທີ່ສະໜາມບິນ ຫຼື ຮ້ານເຄືອຂ່າຍ.

Lao TelecomUnitelETLBest Telecom

4G/LTE ມີຄອບຄຸມໃນເມືອງສ່ວນໃຫຍ່ ແລະ ຈຸດທ່ອງທ່ຽວຫຼັກ. ບາງເຂດຫ່າງໄກອາດມີສັນຍານຈຳກັດ.

Section 06

ພາສາ ແລະ ເວລາ

Language & Time

ພາສາທາງການແມ່ນ ພາສາລາວ. ໃນເຂດທ່ອງທ່ຽວສາມາດສື່ສານພາສາອັງກິດ, ຝຣັ່ງ ແລະ ໄທ ໄດ້ໃນລະດັບພື້ນຖານ. ຄົນລາວເປັນມິດສຸພາບ ແລະ ຍິນດີຕ້ອນຮັບແຂກສະເໝີ.

Time Zone
GMT +7
ຫລ້າ ICT
ເວລາທຳການ
08:00–16:30
ຈັນ – ສຸກ
ມື້ພັກ
ເສົາ–ອາທິດ
ສາທາລະນະ
Section 07

ໄຟຟ້າ

Electricity

ໄຟຟ້າໃນ ສປປ ລາວ ແມ່ນ 224V · 50Hz. ປັ໊ກໄຟສ່ວນໃຫຍ່ເປັນແບບ 2 ຂາແບນ ຫຼື ກົມ. ນັກທ່ອງທ່ຽວຄວນພົກຫົວແປງສາກສາກົນ (Universal Adapter) ມານຳ.

Type A · 2-pin flat Type C · 2-pin round Type E/F
Section 08

ພູມສາດ ແລະ ອາກາດ

Geography & Climate

ແຂວງຄຳມ່ວນ ຕັ້ງຢູ່ໃຈກາງ ສປປ ລາວ ມີຊາຍແດນຕິດກັບປະເທດຫວຽດນາມທາງທິດຕາເວັນອອກ ແລະ ປະເທດໄທທາງທິດຕາເວັນຕົກ. ພູມປະເທດສ່ວນໃຫຍ່ເປັນພູຫີນປູນ, ປ່າດົງດິບ ແລະ ສາຍນ້ຳ.

Khammouane Province

ພູຫີນປູນ ແລະ ສາຍນ້ຳ — ໃຈກາງ ສປປ ລາວ

Cool · ລະດູໜາວ
ພ.ຈ – ກຸມພາ
17° – 28° C

ອາກາດເຢັນສະບາຍ ບໍ່ມີຝົນ — ເໝາະທີ່ສຸດສຳລັບການເດີນທາງ

Hot · ລະດູຮ້ອນ
ມີນາ – ພຶດສະພາ
28° – 38° C

ຮ້ອນແຫ້ງ — ດື່ມນ້ຳຫຼາຍ ແລະ ຫລີກລ້ຽງແສງແດດກາງເວັນ

Wet · ລະດູຝົນ
ມິຖຸນາ – ຕຸລາ
22° – 32° C

ຝົນຕົກເປັນໄລຍະ ປ່າໄມ້ຂຽວສົດ — ສິ່ງແວດລ້ອມສວຍງາມທີ່ສຸດ

Section 09

ຮັກສາສຸຂະພາບ

Stay Healthy

ກ່ອນອອກເດີນທາງ, ແນະນຳໃຫ້ປຶກສາແພດ ກ່ຽວກັບການສັກວັກຊີນ ແລະ ຢາປ້ອງກັນທີ່ຈຳເປັນ. ຄວນດື່ມນ້ຳຂວດທີ່ສະອາດເທົ່ານັ້ນ ແລະ ກິນອາຫານທີ່ປຸງສຸກໃໝ່.

  • ສັກວັກຊີນ ປ້ອງກັນອະຫິວາ, ຕັບອັກເສບ A/B, ໄຂ້ທໍລະພິດ
  • ພົກຢາພື້ນຖານ — ຢາແກ້ໄຂ້, ຢາແກ້ທ້ອງເສຍ, ຢາທາກັນຍຸງ
  • ດື່ມນ້ຳສະອາດ — ໃຊ້ນ້ຳຂວດທີ່ປິດສະນິດ ຫຼີກລ້ຽງນ້ຳກ້ອນທີ່ບໍ່ຊັດເຈນ
  • ປ້ອງກັນຍຸງ — ໂດຍສະເພາະໃນເວລາແລງ ແລະ ເຂດປ່າ
  • ໂຮງໝໍປະຈຳແຂວງ ຕັ້ງຢູ່ນະຄອນທ່າແຂກ — ສຳລັບກໍລະນີສຸກເສີນ
Section 10

ຈຸດກວດຄົນເຂົ້າເມືອງ

Border Crossings

ແຂວງຄຳມ່ວນມີດ່ານສາກົນຫຼາຍແຫ່ງ ທີ່ສາມາດເຂົ້າ-ອອກປະເທດໄດ້. ກວດສອບເວລາທຳການ ແລະ ເງື່ອນໄຂການໃຊ້ວີຊາໃຫ້ຮຽບຮ້ອຍກ່ອນເດີນທາງ.

ສະພານມິດຕະພາບລາວ–ໄທ ແຫ່ງທີ III

ເຊື່ອມຕໍ່ນະຄອນທ່າແຂກ (ຄຳມ່ວນ) ກັບ ນະຄອນພະນົມ (ປະເທດໄທ) — ດ່ານທີ່ໃຊ້ກັນຫຼາຍທີ່ສຸດສຳລັບນັກທ່ອງທ່ຽວ. ມີບໍລິການວີຊາ on Arrival.

ເປີດທຸກວັນ 06:00 – 22:00

ດ່ານສາກົນຈາໂລ

ເຊື່ອມຕໍ່ ສປປ ລາວ ກັບ ປະເທດຫວຽດນາມ ທາງເມືອງບົວລະພາ. ດ່ານສຳຄັນສຳລັບການຄ້າ ແລະ ການທ່ອງທ່ຽວ.

ເປີດທຸກວັນ 07:00 – 17:00

ດ່ານສາກົນນາເພົ້າ

ດ່ານທາງຫຼວງສາຍ 12 ໄປສູ່ຫວຽດນາມ ຜ່ານເມືອງຍົມມະລາດ. ເໝາະສຳລັບການເດີນທາງລົດເມລະຫວ່າງປະເທດ.

ເປີດທຸກວັນ 07:00 – 17:00

ດ່ານທ້ອງຖິ່ນ

ສຳລັບປະຊາຊົນຊາຍແດນ — ບໍ່ເປີດໃຫ້ນັກທ່ອງທ່ຽວສາກົນ. ສອບຖາມເພີ່ມເຕີມໄດ້ທີ່ສຳນັກງານກວດຄົນເຂົ້າເມືອງແຂວງ.

ແຜນທີ່ດ່ານຊາຍແດນ

ເບິ່ງຕຳແໜ່ງດ່ານທັງໝົດໃນ Google Maps · Khammouane Borders

Section 11

ສິ່ງທີ່ຄວນຮູ້

Cultural Etiquette

ຄົນລາວເຄົາລົບວັດທະນະທຳ ແລະ ປະເພນີ — ການເຂົ້າໃຈມາລະຍາດທ້ອງຖິ່ນຈະຊ່ວຍໃຫ້ການເດີນທາງລຽບງ່າຍ ແລະ ໄດ້ຮັບຄວາມຮູ້ສຶກອົບອຸ່ນຈາກຄົນທ້ອງຖິ່ນ.

ການທັກທາຍ "ນົບ"ປະນົມມືລະດັບໜ້າເອິກ ຄືວິທີສະແດງຄວາມເຄົາລົບ
ຖອດເກີບກ່ອນເຂົ້າວັດ ຫຼື ບ້ານ — ແຕ່ງຕົວສຸພາບໃນສະຖານທີ່ສັກສິດ
ບໍ່ແຕະຫົວຄົນອື່ນຫົວຖືວ່າເປັນສ່ວນທີ່ສຳຄັນທີ່ສຸດໃນຮ່າງກາຍ
ບໍ່ຊີ້ຕີນໄປຫາພະພຸດທະຮູບ ຫຼື ຄົນອື່ນ
ຂໍອະນຸຍາດກ່ອນຖ່າຍຮູບຄົນທ້ອງຖິ່ນ ໂດຍສະເພາະຊາວເຜົ່າ
ເຄົາລົບສະຖານທີ່ສັກສິດຮັກສາຄວາມສະຫງົບ ແລະ ບໍ່ຊີ້ນິ້ວໃສ່ພະຮູບ

ພ້ອມເລີ່ມການເດີນທາງແລ້ວບໍ?

ຄົ້ນຫາຈຸດໝາຍ, ກິດຈະກຳ ແລະ ປະສົບການອັນເປັນເອກະລັກຂອງແຂວງຄຳມ່ວນ. ວາງແຜນການເດີນທາງແບບສ່ວນຕົວຮ່ວມກັບເຮົາ.

ສຳຫລວດຄຳມ່ວນ
Khammouane Tourism

ເວັບໄຊທ໌ທາງການ ທ່ອງທ່ຽວແຂວງຄຳມ່ວນ

  • Thakhek Kang Village, Thakhek, Khammouane
  • Tel: +856 51 212 000

More Information

  • Home
  • Discover Khammouane
  • Destinations
  • Plan Trip
  • Contact

Related Sites

  • Laos Tourism
  • Hinnamno
  • Ecotourism Laos
  • Wearelao
  • konglor-natane

Collaborators

Department of Culture and Tourism, Khammouane Province

Department of Culture and Tourism, Khammouane Province

Department of Technology and Communications, Khammouane Province

Department of Technology and Communications, Khammouane Province

© 2026 Khammouane Tourism Website.·Powered by MTC Khammouane

Privacy Policy·Developers