ຂໍ້ມູນພື້ນຖານທີ່ຄວນຮູ້
ໜັງສືຜ່ານແດນ ແລະ ວີຊ່າ
- ນັກທ່ອງທ່ຽວທີ່ຈະເດີນເຂົ້າ ສປປ ລາວ ຕ້ອງມີໜັງສືຜ່ານແດນທີ່ຖືກຕ້ອງຕາມລະບຽບກົດໝາຍ, ຢ່າງນ້ອຍ 6 ເດືອນນັບຈາກມື້ທີ່ເຂົ້າມາ ສປປ ລາວ, ການເດີນທາງເຂົ້າມາ ສປປ ລາວ ນັກທ່ອງທ່ຽວຈະຕ້ອງກວດສອບໃຫ້ແນ່ໃຈວ່າ ໄດ້ຮັບການອານຸຍາດຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງແລ້ວ ຫຼື ບໍ່, ຕ້ອງມີການຈໍ້າກາແຈ້ງເຂົ້າທີ່ຖືກຕ້ອງຕາມລະບຽບການ, ຖ້າບໍ່ດັ່ງນັ້ນ ເມື່ອຕໍາຫຼວດກວດຄົນເຂົ້າເມືອງຫາກກວດພົບເຫັນ ຈະຖືກປັບໄໝ, ກະລຸນນາສອບຖາມຂໍ້ມູນນໍາສະຖານທູດລາວ ກ່ອນຈະເດີນທາງເຂົ້າມາ ສປປ ລາວ.
- ສາມາດສອບຖາມຂໍ້ມູນໄດ້ຈາກ https://www.embassypages.com/
- ສາມາດຂໍວີຊ່າຜ່ານລະບົບອອນລາຍໄດ້ທີ່ https://www.laoevisa.gov.la
ສະຖານທູດ ແລະ ສະຖານກົງສຸນ
ສະຖານທູດ ແລະ ສະຖານກົງສຸນສ່ວນໃຫຍ່ຕັ້ງຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ, ທ່ານສາມາດເບິ່ງຂໍ້ມູນໄດ້ທີ່ເວບໄຊ
ບໍລິການຂົນສົ່ງ
ລົດຕຸກຕຸກ ແມ່ນການຂົນສົ່ງທີ່ນິຍົມທີ່ສຸດໃນຕົວເມືອງ.
ນອກຈາກນີ້ຍັງມີບໍລິການເຊົ່າ ລົດຖີບ ແລະ ລົດຈັກ ເຊິ່ງມີຮ້ານທີ່ບໍລິການຢູ່ໃນເທດສະບານຂອງເມືອງ.
- <<ເບິ່ງລາຍລະອຽດຂໍ້ມູນການເດີນທາງ >>
ສະກຸນເງິນ ແລະ ບັດເຄດິດ
ສະກຸນເງິນຂອງ ສປປ ລາວ ແມ່ນໃຊ້ສະກຸນເງິນກີບ ແລະ ມີພັນທະບັດເລິ່ມຕັ້ງແຕ່ ໃບ : 500; 1,000; 2,000; 5,000; 10,000; 20,000, 50,000 ແລະ 100,000 ກີບ. ລາວບໍ່ມີເງິນຫຼຽນ.
ບາງໂຮງແຮມ ຫຼື ຮ້ານອາຫານ ມີການຮັບຊໍາລະດ້ວຍສະກຸນເງິນໂດລາ, ເງິນບາດ, ສໍາລັບການແລກປ່ຽນເງິນຕາມີຫຼາຍແຫ່ງຢູ່ຕາມຕົວເມືອງ ຫຼື ສາມາດແລກປ່ຽນທີ່ທະນາຄານກໍໄດ້.
- ການຊໍາລະເງິນດ້ວຍບັດເຄຼດິດສ່ວນໃຫຍ່ສາມາດຊຳລະດ້ວຍ Visa credit card ແລະ Mastercard ໂດຍສະເພາະສ່ວນໃຫຍ່ແມ່ນ ການຊໍາລະຢູ່ ໂຮງແຮມ ແລະ ຮ້ານອາຫານ.
ການຊໍາລະເງິນດ້ວຍແອບພີເຄຊັນ ezykip <<ເບິ່ງຂໍ້ມູນເພີ່ມ>>
ອິນເຕີເນັດ ແລະ ການສື່ສານ
- ການເຂົ້າເຖິງອິນເຕີເນັດແມ່ນມີຢູ່ໃນໂຮງແຮມ, ເຮືອນພັກ ແລະຮ້ານອາຫານທົ່ວໄປໃນຕົວເມືອງ. ເຖິງວ່າຮ້ານອິນເຕີເນັດຈະມີຢູ່ໃນຕົວເມືອງຂອງແຂວງ, ແຕ່ການເຊື່ອມຕໍ່ອິນເຕີເນັດໃນບາງເຂດຊົນນະບົດອາດຈະຫຍຸ້ງຍາກ.
ທ່ານສາມາດນຳໃຊ້ໂທລະສັບມືຖື ຂອງທ່ານໃນລາວໄດ້ ດ້ວຍການຊື້ SIM card ແລະ ຂື້ນທະບຽນໃຫ້ສຳເລັດ ທ່ານກໍ່ຈະສາມາດນຳໃຊ້ໃນຕິດຕໍ່ສື່ສານ ແລະ ນຳໃຊ້ອິນເຕີເນັດໄດ້, ສຳລັບໂທລະສັບມືຖືໃນບາງເຂດຊົນນະບົດອາດຈະບໍ່ມີສັນຍານໂທລະຄົມ.
- ຜູ້ໃຫ້ບໍລິການໂທລະຄົມມະນາຄົມໃນລາວມີ: Lao Telecom (M-phone), T-plus, Star Telecom (Unitel), ETL;
ພາສາ ແລະ ເວລາ
ພາສາ
- ພາສາປະຈຳຊາດແມ່ນພາສາລາວ ແລະຍັງມີພາສາພື້ນເມືອງອີກ 220 ພາສາທີ່ເວົ້າໂດຍ 47 ຊົນເຜົ່າຂອງປະເທດ.
- ພາສາອັງກິດ ແລະ ພາສາຝຣັງເສດ ແມ່ນມີການໃຊ້ຢູ່ໃນສະຖານທີ່ທ່ອງທ່ຽວສຳຄັນໃນແຂວງ ແລະ ຕາມສຳນັກງານຂອງລັດ. ສ່ວນພາສາໄທ, ຫວຽດນາມ ແລະ ຈີນ ກໍ່ມີການນຳໃຊ້ຢ່າງກວ້າງຂວາງ.
ເວລາ
- ສຳນັກງານລັດຈະເປີດ ວັນຈັນເຖິງວັນສຸກ ຕັ້ງແຕ່ເວລາ 8:30-12:00 ໂມງ ແລະ ເວລາ 13:00 ຫາ 16:30 ໂມງ.
- Greenwich Mean Time (GMT +7)
ໄປສະນີ
ມີຫ້ອງການໄປສະນີໃນທຸກແຂວງ ແລະ ບາງເມືອງ. ຜູ້ໃຫ້ບໍລິການໄປສະນີແມ່ນ: ບໍລິສັດໄປສະນີລາວ (ມີທຸກແຂວງ), DHL ແລະ FedEx ມີຫ້ອງການຢູ່ໃນນະຄອນຫຼວງ ແລະ ບາງແຂວງ.
- ບໍລິສັດໄປສະນີລາວ ສາຂາແຂວງຄຳມ່ວນ >>ຈຸດທີ່ຕັ້ງຂອງບໍລິສັດ<<
ພູມສາດ ແລະ ອາກາດ
ພູມສາດ
ແຂວງຄຳມ່ວນມີເນື້ອທີ່ທັງໝົດ 16,315 ກິໂລຕາແມັດ ພື້ນທີ່ສ່ວນໃຫຍ່ເປັນທົ່ງພຽງລຽບແຄມແມ່ນ້ຳຂອງ, ທາງທິດຕາເວັນອອກຈະມີພູຫີນປູນ ແລະ ຍັງມີສາຍພູຫຼວງ ເຊິ່ງເປັນສາຍພູກັ້ນແດນລະຫວ່າງລາວ-ຫວຽດນາມ. ແຂວງຄຳມ່ວນມີປະຊາກອນປະມານ 412,052 ຄົນ (2024), ຄວາມໜາແໜ້ນສະເລ່ຍປະມານ 22ຄົນ ຕໍ່ ກິໂລຕາແມັດ.
ສະພາບອາກາດ
ແຂວງຄຳມ່ວນມີພູມອາກາດເຂດຮ້ອນ, ເຖິງວ່າຈະມີອາກາດໜາວເຢັນພໍສົມຄວນ ໃນບາງພື້ນທີ່. ອຸນຫະພູມສະເລ່ຍໃນລະຫວ່າງ 10°C – 40°C, ມີອາກາດຮ້ອນໃນເຂດທົ່ງພຽງ ແລະ ມີເຢັນໃນເຂດພູດອຍ. ມີສາມລະດູທີ່ແຕກຕ່າງກັນ:
ລະດູຮ້ອນ: ເລີ່ມແຕ່ປາຍເດືອນ ກຸມພາ ອຸນຫະພູມສູງສຸດຢູ່ໃນເດືອນເມສາ ສະເລ່ຍ 40°C , ລະດູນີ້ມັກຈະມີຝົນຕົກເປັນບາງຄັ້ງ ເລີ່ມຕັ້ງແຕ່ກາງເດືອນເມສາ.
ລະດູຝົນ: ເລີ່ມຕັ້ງແຕ່ທ້າຍເດືອນ ພຶດສະພາ ອຸນຫະສູງສຸດ ສະເລ່ຍ 40°C ການເດີນທາງຊ່ວງນີ້ ແນະນໍາໃຫ້ຖືເສື້ອກັນຝົນຕິດໄປນຳ.
ລະດູໜາວ: ເລີ່ມປາຍເດືອນ ຕຸລາ ເຖິງ ຕົ້ນເດືອນ ກຸມພາ ຊ່ວງອາກາດໜາວສຸດແມ່ນ ທ້າຍເດືອນ ທັນວາ ຫາກາງເດືອນ ມັງກອນ, ອຸນຫະພຸມຕໍ່າສຸດ 22°C ແລະ ບາງເຂດອາດຈະຕໍ່າເຖິງ 10°C, ເປັນລະດູການທີ່ມີນັກທ່ອງທ່ຽວເດີນທາງເຂົ້າມາທ່ຽວຫຼາຍທີ່ສຸດ.
ຮັກສາສຸຂະພາບ
ຮັກສາສຸຂະພາບ
ປະເທດລາວມີການຮັກສາສຸຂະພາບຂັ້ນພື້ນຖານ ແລະ ມາດຕະການປ້ອງກັນເຊັ່ນການກິນອາຫານທີ່ປຸງແຕ່ງໃຫ້ດີ, ດື່ມນ້ຳຂວດ, ຮັກສາຄວາມຊຸ່ມຊື່ນ, ຫຼີກລ່ຽງການຖືກຍຸງກັດ ແລະ ໃສ່ເສື້ອຜ້າປ້ອງກັນພະຍາດທີ່ມັກເກີດຂຶ້ນ.
- ອົງການອະນາໄມໂລກ ແນະນຳໃຫ້ສັກຢາວັກຊີນຕໍ່ໄປນີ້ສຳລັບອາຊີຕາເວັນອອກສຽງໃຕ້: ພະຍາດຄໍຕີບ ແລະ ບາດທະຍັກ, ພະຍາດຕັບອັກເສບ A ແລະ B, ພະຍາດໝາກແດງ, ໂຣກໝາກເບີດ, ຣູແບລາ, ໂປລິໂອ ແລະ ໄຂ້ທໍລະພິດ.
- ຜູ້ທີ່ກິນຢາພິເສດ, ກວດສອບໃຫ້ແນ່ໃຈວ່າ ທ່ານຈະນໍາເອົາຢາຮັກສາໂລກຕິດຕົວມາໃຫ້ພຽງພໍ ກັບໄລຍະເວລາຂອງການເດີນທາງຂອງທ່ານ.
- ເພື່ອຊອກຫາໂຮງໝໍ, ເບິ່ງ Google Maps Hospitals ໃນລາວ.
ຈຸດກວດຄົນເຂົ້າເມືອງ
- ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ
- ສະໜາມບິນສາກົນຫຼວງພະບາງ ແຂວງຫຼວງພະບາງ
- ສະໜາມບິນສາກົນປາກເຊ ແຂວງຈຳປາສັກ
- ສະໜາມບິນສາກົນສະຫວັນນະ ເຂດ ແຂວງສະຫວັນນະເຂດ
- ສະໜາມບິນສາກົນ ແຂວງອັດຕະປື
ກ່ອນຈະຜ່ານແດນໃນຈຸດຕ່າງໆ ທ່ານຕ້ອງກວດກາເອກະສານ ຂອງທ່ານໃຫ້ຄົບຖ້ວນ
- LAOS-CHINA
– ແຂວງຜົ້ງສາລີ (ລານຕຸຍ, ຢອດອຸ) – ຈີນ (ເມືອງຄຳ).
– ແຂວງຫຼວງນ້ຳທາ (ບໍ່ເຕັນ) – ຈີນ (ໂມຮັນ)
– ທ່າເຮືອຊຽງກົກ ແຄມແມ່ນ້ຳຂອງ ແຂວງຫຼວງນ້ຳທາ
- LAOS-MYANMAR
– ແຂວງບໍ່ແກ້ວ (ບ້ານເມືອງມອມ) – ມຽນມາ (ວັງປອງ)
- LAOS-THAILAND
– ແຂວງບໍ່ແກ້ວ (ຂົວມິດຕະພາບລາວ-ໄທ IV) – ທານີແລນ (ຊຽງຄໍ້)
– ແຂວງບໍ່ແກ້ວ (ສາມຫຼ່ຽມຄຳ) – ໄທ (ສາມຫຼ່ຽມຄຳ)
– ແຂວງໄຊຍະບູລີ (ແກ່ນທ້າວ) – ໄທ (ນາກເຊັງ – ເລີຍ)
– ແຂວງໄຊຍະບູລີ (ພູແກ້ວ) – ໄທ (ພູດູ)
– ແຂວງໄຊຍະບູລີ (ນ້ຳງື່ນ) – ໄທ (ຫ້ວຍກາງ, ນານ)
– ນະຄອນຫຼວງວຽງຈັນ (ຂົວ- ມິດຕະພາບລາວ-ໄທ I) – ໄທ (ໜອງຄາຍ)
– ນະຄອນຫຼວງວຽງຈັນ (Thanaleng, Hadxayfong) – Thailand (Nong Khai)
– ແຂວງບໍລິຄຳໄຊ (ປາກຊັນ) – ໄທ (ບຶງການ)
– ແຂວງຄໍາມ່ວນ (ຂົວມິດຕະພາບລາວ-ໄທ III) – ໄທ (ນະຄອນພະນົມ)
– ແຂວງສະຫວັນນະເຂດ (ຂົວມິດຕະພາບລາວ-ໄທ II) – ປະເທດໄທ (ມຸກດາຫານ
– ແຂວງຈໍາປາສັກ (ວັງເຕົ່າ) – ປະເທດໄທ (ສົງເມກ)
- LAOS-VIETNAM
– ແຂວງຜົ້ງສາລີ (ປາງຮອກ) – ຫວຽດນາມ (ໄຕຈ່າງເລາະ)
– ແຂວງຫົວພັນ (ນ້ຳຊູຍ) – ຫວຽດນາມ (ຊື່ໂອ)
– ຊຽງຂວາງ (ໜອງແຮດ) – ຫວຽດນາມ (ນ້ຳຄານ)
– ແຂວງບໍລິຄຳໄຊ (ນ້ຳປາວ) – ຫວຽດນາມ (ກວ໋າ)
– ແຂວງຄໍາມ່ວນ (ນາເພົາ) – ຫວຽດນາມ (ຈ່າໂລ)
– ແຂວງສະຫວັນນະເຂດ (ແດນສະຫວັນ) – ຫວຽດນາມ (ລາວບາວ)
– ແຂວງສາລະວັນ (ລະໄລ) – ຫວຽດນາມ (ລະໄລ)
– ແຂວງ ອັດຕະປື (ພູເກ່າ) – ຫວຽດນາມ (ກອນຕູມ)
- LAOS-CAMBODIA
– ແຂວງຈໍາປາສັກ (ເວີນຄຳ) – ກຳປູເຈຍ (ດົງກະໂລ/ໜອງນົກກຽນ)