ຂໍ້ມູນການເດີນທາງ
ການເດີນທາງ
ການເດີນທາງມາທີ່ ສປປ ລາວ ຫຼື ແຂວງຄຳມ່ວນສາມາດເດີນທາງມາໄດ້ດ້ວຍຫຼາຍວິທີ ເຊັ່ນ: ທາງບົກ, ທາງອາກາດ ແລະ ທາງນ້ຳ.
ຍົນ
ເດີນທາງດ້ວຍສາຍການບິນສາກົນ ບິນເຂົ້າສູ່ສະໜາມບິນສາກົນ 3 ແຫ່ງຂອງປະເທດຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ປາກເຊ (ເຊັ່ນ: ສາຍການບິນສາກົນໄທ , ສາຍການບິນຫວຽດນາມ, ສາຍການບິນລາວ , China Southern ແລະ Bangkok Airways , Air Asia). ຫຼັງຈາກນັ້ນເດີນທາງຕໍ່ ດ້ວຍບໍລິການລົດຂົນສົ່ງໂດຍສານ ພາຍໃນປະເທດ.
ເດີນທາງຈາກປະເທດເພື່ອນບ້ານ ເຊັ່ນ: ໄທ, ຫວຽດນາມ, ກຳປູເຈຍ ແລະ ຈີນ.
ລົດໂດຍສານ
- ແຂວງຄຳມ່ວນ ມີສະຖານີຂົນສົ່ງໂດຍສານຢູ່ 1 ສະຖານີ ຄື: ສະຖານີລົດໂດຍສານສາຍໃຕ້, ຕັ້ງຢູ່ບ້ານໂພນສະອາດ ຕິດກັບ ເສັ່ນທາງ ເລກທີ່ 13 ໃຕ້, ສາມາດເດີນທາງໄປ-ມາໄດ້ທັງພາກໃຕ້ ແລະ ພາກເໜືອ, ເຊິ່ງສາມາດເດີນທາງໄປຕ່າງແຂວງ ເຊັ່ນ: ນະຄອນຫຼວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງສະວັນນະເຂດ, ສາລະວັນ ແລະ ຈຳປາສັກ;
- ນອກຈາກນີ້ ຍັງສາມາດເດີນທາງໄປ-ມາຕ່າງປະເທດໄດ້ ເຊັ່ນ: ປະເທດໄທ (ນະຄອນພະນົມ) ແລະ ຫວຽດນາມ (ແຂວງກວາງບິງ).
ສະຖານີຂົນສົ່ງໂດຍສານ ຕັ້ງຢູ່ບ້ານໂພນສະອາດ ຕິດກັບ ເສັ່ນທາງ ເລກທີ່ 13 ໃຕ້
- ເປີດບໍລິການ:…………………
ສະຖານີຂົນສົ່ງໂດຍສານ ຕັ້ງຢູ່ບ້ານໂພນສະອາດ ຕິດກັບ ເສັ່ນທາງ ເລກທີ່ 13 ໃຕ້
- ເປີດບໍລິການ:…………………
ສະຖານີບໍລິການຂົນສົ່ງງໂດຍສານພາຍໃນແຂວງມີຢູ່ 2 ສະຖານີ້ ຄື: ສະຖານີຕະຫຼາດຫຼັກ 3 ແລະ ສະຖານີຕະຫຼາດເພັດມະນີ ຫຼັກ 2
- ເປີດວັນຈັນ-ທິດ ເວລາ 6:00 – 17:00
- ສະຖານີຕະຫຼາດຫຼັກ 3 ຈຸດພິກັດ
- ສະຖານີຕະຫຼາດເພັດມະນີ ຫຼັກ 2 ຈຸດພິກັດ
ເຮືອ
ດ່ານທ່າເຮືອ ລາວ-ໄທ (ທ່າແຂກ-ນະຄອນພະນົມ), ຕັ້ງຢູ່ແຄມແມ່ນໍ້າຂອງ, ບ້ານທ່າແຂກກາງ, ເຊິ່ງເປັນຈຸດຂ້າມແດນລະຫວ່າງ ລາວ-ໄທ ດ້ວຍເຮືອ.
- ເຊົ້າ: 8:00-11:00
- ຕອນບ່າຍ: 14:00-16:00