ການແຂ່ງຂັນກິລາໃນງານບຸນນະມັດສະການພຣະທາດສີໂຄດຕະບອງປະຈໍາປີ 2024 ເຊິ່ງໄດ້ເລີ່ມທໍາການແຂ່ງຂັນມາແຕ່ຕົ້ນເດືອນ ກຸມພາ 2024 ຢູ່ເດີ່ນສະໜາມກິລາພຣະທາດສີໂຄດຕະບອງ ແລະ ໄດ້ຊີງຊະນະເລີດໃນວັນທີ 24 ກຸມພາ ເຊິ່ງເປັນມື້ສຸດທ້າຍຂອງການຈັດງານບຸນນະມັດສະການພຣະທາດສີໂຄດຕະບອງ ປະກອບມີ 3 ປະເພດກິລາຄື: ບານເຕະ (ຊາຍ) ມີ 16 ທີມເຂົ້າຮ່ວມແຂ່ງຂັນ ປະກອບມີ: ເພັດດາວັນ, CSກໍ່ສ້າງຂົວ-ທາງ, ກຽງໄກຂົນສົ່ງ, ເຈແປນ, ນ້ອງພອຍຊົມພູ, ປກສ ແຂວງ, ນ້ອງນິດຕາ, ມິດວິໄລ, ເທບກັງວານ, ຂຽດນ້ອຍ, ທັນຍາຫານສະປອດ, ເທບສີໄຮ, ເລັກຕາ, ສຸເປີຈິ, ບ່າວຜູ້ໄທFC, ບໍລິສັດຄຳມ່ວນຊີມັງ ຜົນການແຂ່ງຂັນແມ່ນທີມ ຊະນະເລີດໄດ້ແກ່ທີມ ເພັດດາວັນ, ຮອງຊະນະເລີດ ແມ່ນທີມເລັກຕາ, ທີ 3 ຮ່ວມ ແມ່ນທີມ ເທບສີໄຮ ແລະ ທີມມິດວິໄລ, ສຳລັບກິລາກະຕໍ້ ມີທັງໝົດ 41 ທີມ ເຂົ້າຮ່ວມ ໃນນັ້ນ ຜົນການແຂ່ງຂັນ ປະເພດເຍົາວະຊົນ (ຍິງ) ໄດ້ອັນດັບ 1 ແມ່ນທີມ ໂຮງຮຽນ ມໍຕົ້ນ ນາໂບ ເມືອງທ່າແຂກ, ອັນດັບທີ 2 ທີມ ມໍສໍ ຊົນເຜົ່າ ເມືອງທ່າແຂກ ແລະ ອັນດັບທີ 3 ຮ່ວມທີມນ້ອງ ເອບີ+ທີມມໍຕົ້ນ ຈອມທອງ, ປະເພດເຍົາວະຊົນ (ຊາຍ) ອັນດັບທີ 1 ທີມ ນ້ອງກ້າວ (ມໍສໍ ຕານເທິງ) ເມືອງໜອງບົກ, ອັນດັບທີ 2 ທີມ ເສື້ອຄູ່ (ມໍສໍ ນາໂດນ) ເມືອງທ່າແຂກ ແລະ ອັບດັບທີ 3 ຮ່ວມ ທີມ ມໍຕົ້ນ ໂພນເດື່ອ + ມໍສໍ ຊົນເຜົ່າ ເມືອງທ່າແຂກ, ລຸ້ນອາວຸໂສ ( ຊາຍ ) ອັນດັບທີ່1: ເພື່ອນກັນ, ອັນດັບທີ່2: ໄຊຍະສຸກ ( ຄີນິກ ), ອັນດັບທີ່ 3 ຮ່ວມ: ປ໋ານ້ອຍໂຄລາດ ແລະ ມຸກດາຫານ, ລຸ້ນທົ່ວໄປ ( ຊາຍ ) ອັນດັບທີ່1: ພຣະທາດເມືອງເກົ່າ, ອັນດັບທີ່2: ເບເບຊ໊ອບ ລາວ-ຈີນ, ອັນດັບທີ່ 3 ຮ່ວມ: ນ້ອງປຸຍຝ້າຍ ແລະ ປກສ ແຂວງ, ກິລາບານສົ່ງບານສົ່ງ ( ຍິງ ) ອັນດັບທີ່1: ເດັກປັ້ນສົມບັດ, ອັນດັບທີ່2: ມິດຕະພາບຄໍາມ່ວນ-ກວາງບິງ, ອັນດັບທີ່ 3: ບໍລິບູນ ແລະ ອັນດັບທີ່ 4: ເທດສະບານສະຫວ່າງຄົງຄາ, ບານສົ່ງ( ຊາຍ ) ອັນດັບທີ່1: ປກຊ ແຂວງ, ອັນດັບທີ່2: ຄີງວີບີ, ອັນດັບທີ່3: ປກສ ແຂວງ ແລະ ອັນດັບທີ່4: ເບວ-ບິວ.
ສຳລັບການປະກວດນາງສາວອາພອນເຜົ່າ 09 ເຜົ່າ ທີ່ເປັນການປະກວດນາງສາວເປັນຕົວແທນຈາກ 09 ເຜົ່າ ຂອງແຂວງຄຳມ່ວນ ໂດຍມີນາງສາວທີ່ມາຈາກບັນດາໂຮງຮຽນຕ່າງໆພາຍໃນເທສະບານແຂວງ ແລະ ມີຕົວແທນຈາກເມືອງໜອງບົກ 01 ຄົນ. ຜ່ານການຂັດເລືອກ ແລະ ຕັດສິນຂອງຄະນະກຳມະການໃນຈຳນວນ 05 ທ່ານ ໄດ້ເປັນເອກະສັນ ເລືອກໄດ້ອັນດັບທີ 1, 2 ແລະ 3 ຄື: ອັບດັບທີ 1 ແມ່ນນາງສາວ ພອນນະພາ ຄຳວົງສາ ຕາງໜ້າເຜົ່າ ມະກອງ ໄດ້ຮັບມຸງກຸດ ແລະ ສາຍສະພາຍ ພ້ອມເງິນສົດ ຈຳນວນ 15 ລ້ານກີບ, ອັນດັບທີ 2 ນາງສາວ ໂມບາຍ ອິນທິລາດ ຕາງໜ້າເຜົ່າ ຕຣີ ໄດ້ຮັບສາຍສະພາຍ ພ້ອມເງິນ 10 ລ້ານກີບ ແລະ ອັບດັບທີ 3 ນາງສາວ ສຸພາລັກ ວໍລະສານ ຕາງໜ້າເຜົ່າ ງ້ວນ ໄດ້ຮັບສາຍສະພາຍ ພ້ອມເງິນ 5 ລ້ານກີບ.