ງານສະແດງສິລະປະວັນນະຄະດີ ແລະ ປະກວດນາງສາວອາພອນເພດບັນດາເຜົ່າ ໃນງານບຸນນະມັດສະການພຣະທາດສີໂຄດຕະບອງ ປະຈຳປີ 2024

ງານສະແດງສິລະປະວັນນະຄະດີ, ປະກວດລຳມະຫາໄຊ, ປະກວດເປົ່າແຄນ ແລະ ປະກວດນາງສາວອາພອນເຜົ່າ 9 ເຜົ່າໃນງານບຸນນະມັດສະການພຣະທາດສີໂຄດຕະບອງ ປະຈຳປີ 2024 ໄດ້ຈັດຂື້ນໃນຕອນຄໍ່າວັນທີ 22 ກຸມພາ ທີ່ເດີ່ນພຣະທາດສີໂຄດຕະບອງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ, ປະທານຈັດງານບຸນນະມັດສະການພຣະທາດສີໂຄດຕະບອງປະຈຳປີ 2024, ພ້ອມດ້ວຍການນໍາຂອງແຂວງ, ບັນດາຄະນະຮັບຜິດຊອບຈັດງານບຸນ, ຂະແໜງການທີ່ກ່ຽວຂ້ອງ, ຕະຫລອດຮອດຜູ້ເຂົ້າຮ່ວມແຂ່ງຂັນໃນ 10 ເມືອງ, ແຂກຖືກເຊີນ ແລະ ມວນຊົນເຂົ້າຮ່ວມ.
ເປັນກຽດຂຶ້ນກ່າວເປີດງານສະແດງສີລະປະວັນນະຄະດີ ໃນຄັ້ງນີ້ ໂດຍ ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າ ພະແນກ ຖວທ ແຂວງຄໍາມ່ວນ, ພາຍໃນງານໄດ້ມີຜູ້ສົນໃຈເຂົ້າຮ່ວມແຂ່ງຂັນຈາກ 10 ຕົວເມືອງໃນທົ່ວແຂວງ, ໃນນີ້ໄດ້ແບ່ງເປັນ 6 ກິດຈະກຳຫຼັກຄື: ການສະແດງສິລະປະມີ 40 ລາຍການ, ການປະກວດເປົ່າແຄນ, ການປະກວດລຳມະຫາໄຊ, ເດີນແບບຊຸດຊົນເຜົ່າ ຍິງ-ຊາຍ, ນອກນີ້ຍັງມີຄະນະໝໍລຳເລື່ອງ 1 ຄະນະ ແລະ ການປະກວດນາງສາວອາພອນເຜົ່າ 9 ເຜົ່າ, ລວມລາຍການສະແດງທັງໝົດ 56 ລາຍການ, ເຊິ່ງຈະໄດ້ດໍາເນີນການປະກວດພາຍໃນ 3 ຄືນໂດຍເລີ່ມແຕ່ຄໍາຄືນຂອງວັນທີ 22-24 ກຸມພາ ຈິ່ງຈະສໍາເລັດ. ທັງນີ້ເພື່ອເປັນການຊຸກຍູ້-ສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດ ກໍ່ຄືຂອງແຂວງຄຳມ່ວນ, ເຮັດໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ເປັນການຮັກສາໄດ້ມູນເຊື້ອວັດທະນະທຳອັນດີງາມ, ປູກຈິດສຳນຶກໃຫ້ແກ່ລູກຫຼານປະຊາຊົນບັນດາເຜົ່າກໍ່ຄືຊາວແຂວງຄຳມ່ວນ ໃຫ້ມີຈິດໃຈຮັກຊາດ ຮັກບ້ານເກີດເມືອງນອນ ປະກອບສ່ວນເຂົ້າໃນການປົກປັກຮັກສາວັດທະນະທຳຂອງທ້ອງຖິ່ນໃຫ້ມີຄວາມຍືນຍົງ.

Scroll to Top