ພິທີເປີດປີທ່ອງທ່ຽວລາວ 2024 ແລະ ງານວາງສະແດງ-ຈໍາໜ່າຍສິນຄ້າ ແລະ ເທສະການອາຫານ ທີ່ແຂວງ ຄໍາມ່ວນ ຈັດຂຶ້ນໃນວັນທີ 3 ກຸມພາ 2024 ທີ່ເທສະບານ ເມືອງທ່າແຂກ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ , ມີບັນດາທ່ານອາດີດການນຳຂັ້ນສູງກາງ, ຂອງແຂວງ, ພະແນກການ, ບັນດາທ່ານແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ຕະຫລອດເຖິງມວນຊົນຊາວແຂວງຄໍາມ່ວນເຂົ້າຮ່ວມ .
ກ່ອນເຂົ້າສູ່ພິທີບັນດາທ່ານໄດ້ທ່ຽວຊົມຮ້ານວາງສະແດງ – ຈໍາໜ່າຍສິນຄ້າ ແລະ ເທສະການອາຫານ, ຮັບຊົມການສະແດງ ກ້ອນກຳລັງ 9 ເຜົ່າ, ການສະແດງສີລະປະທີ່ສ່ອງແສງໃຫ້ເຫັນເຖິງມູນເຊື້ອວັດທະນະທໍາອັນດີງາມຂອງຊາດກໍ່ຄືຂອງແຂວງຄໍາມ່ວນ
ໃນພິທີ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ຄໍາມ່ວນ, ປະທານຄະນະກໍາມະການຈັດງານປີທ່ອງທ່ຽວ ໄດ້ລາຍງານກ່ຽວກັບການກະກຽມເປີດງານປີທ່ອງທ່ຽວລາວ 2024 ຢູ່ແຂວງຄໍາມ່ວນ ໂດຍພື້ນຖານແມ່ນໄດ້ຮັບຮອງກິດຈະກໍາທີ່ຕິດພັນກັບ 3 ຍອດຍິ່ງທີ່ເປັນທ່າແຮງທາງດ້ານການທ່ອງທ່ຽວຂອງແຂວງປະກອບມີ: ຈໍານວນ 27 ກິດຈະກຳ ໃນນັ້ນ: 1 ກິດຈະກໍາ ລະດັບຊາດ ເປັນສິ່ງຍອດຍິ່ງທາງດ້ານວັດທະນະທໍາ ຄື: ບຸນນະມັດສະການພຣະທາດສີໂຄດຕະບອງ; ມີ 2 ກິດຈະກໍາລະດັບແຂວງຄື: ບຸນລະນຶກເຫດການ 21 ມີນາ 1946 ເປັນວັນເສຍອົງຄະແຫ່ງຊາດ ທີ່ເປັນສິ່ງຍອດຍິ່ງທາງດ້ານປະຫວັດສາດ ແລະ ວົງຈອນທ່ອງທ່ຽວເດີລຸບ (The Loop) ທີ່ເປັນສິ່ງຍອດຍິ່ງທາງດ້ານທໍາມະຊາດ. ນອກນັ້ນກໍ່ຍັງມີກິດຈະກໍາລະດັບເມືອງ ອີກຈຳນວນ 24 ກິດຈະກໍາ.
ງານເປີດປີທ່ອງທ່ຽວລາວ 2024 ຂອງແຂວງຄໍາມ່ວນ ໃນຄັ້ງນີ້ ກໍ່ໄດ້ມີການຈັດກິດຈະກໍາທີ່ຫຼາກຫຼາຍເຊັ່ນ : ການຈັດການປະກວດສີລະປະຂອງນ້ອງນ້ອຍເຍົາວະຊົນ, ການຈັດແຂ່ງຂັນກິລາບານເຕະ-ບານສົ່ງ-ແລ່ນລານ ຂອງເຍົາວະຊົນ. ພ້ອມນັ້ນ; ໃນການຈັດງານເປີດປີທ່ອງທ່ຽວລາວ ຄັ້ງນີ້ ກໍ່ຍັງມີການຈັດງານຕະຫຼາດນັດວາງສະແດງຈໍາໜ່າຍສິນຄ້າ ແລະ ເທສະການອາຫານ ໂດຍມີຜູ້ເຂົ້າຮ່ວມຈາກບັນດາຜູ້ປະກອບການຫ້າງຮ້ານ ພາຍໃນແຂວງ ທັງພາກລັດ ແລະ ເອກະຊົນ ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວທີ່ມາທ່ຽວຊົມ ໄດ້ແລກປ່ຽນຊື້ຂາຍສິນຄ້າໄດ້ເປັນຢ່າງດີ. ປະຈຸບັນທົ່ວແຂວງຄຳມ່ວນໄດ້ມີການສຳຫລວດແຫຼ່ງທ່ອງທ່ຽວແລ້ວ ຈຳນວນ 210 ແຫ່ງ, ໃນນັ້ນ: ແຫຼ່ງທ່ອງທ່ຽວທຳມະຊາດ 145 ແຫ່ງ, ວັດທະນະທຳ 33 ແຫ່ງ ແລະ ປະຫວັດສາດ 32 ແຫ່ງ. ມີສະຖານທີ່ທ່ອງທ່ຽວທີ່ໄດ້ເປີດບໍລິການໃຫ້ແຂກເຂົ້າໄປທ່ຽວຊົມແລ້ວ ຈຳນວນ 87 ແຫ່ງ ເປັນຕົ້ນ: ພະທາດສີໂຄດຕະບອງ, ພະທາດຕຸມພະວັງ, ຖ້ຳພະໜອງປາຜາ, ຖ້ຳນາງແອນ, ຖ້ຳພະຈັນ, ຖ້ຳກອງລໍ, ຂຸນກອງແລງ, ພູຜາມ່ານ, ທ່າຝຣັ່ງວັງສີຄາມ, ກໍາແພງໃຫຍ່ພູຄັນນາ, ຖໍ້ານໍ້າລອດເຊບັ້ງໄຟ, ຕາດຊຽງລື ແລະ ສະຖານທີ່ທ່ອງທ່ຽວອື່ນໆ ອີກຫຼາຍແຫ່ງ
ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນໄດ້ມີຄໍາເຫັນວ່າ : ພິທີ ເປີດປີທ່ອງທ່ຽວລາວ 2024 ພາຍໃຕ້ຄໍາຂວັນ : “ ທ່ອງທ່ຽວລາວ-ທ່ອງທ່ຽວຄຳມ່ວນ ປອດໄພ ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ເພື່ອປະກາດໃຫ້ຊາວໂລກໄດ້ຮັບຮູ້ວ່າ ແຂວງຄຳມ່ວນ ໄດ້ມີຄວາມພ້ອມເປີດປະຕູຮັບເອົານັກທ່ອງທ່ຽວພາຍໃນ ແລະ ຈາກທຸກມູມໂລກເຂົ້າມາທ່ອງທ່ຽວແຂວງຄຳມ່ວນ ເພື່ອຮັບຮູ້ເຖິງຄວາມອຸດົມສົມບູນ, ມະຫາມົນສະເໜ່ທາງດ້ານທໍາມະຊາດທີ່ໂດດເດັ່ນ ສວຍສົດງົດງາມ, ສຶກສາຮຽນຮູ້ປະຫວັດສາດ ແລະ ຮຽນຮູ້ວັດທະນະທໍາ, ຮີດຄອງປະເພນີ, ວິຖີການດໍາລົງຊີວິດທີ່ເປັນເອກະລັກຂອງ 9 ເຜົ່າ ໃຫ້ເຫັນຄວາມຫຼາກຫຼາຍຜະລິດຕະພັນທີ່ເປັນພູມປັນຍາຂອງຊາວບ້ານ, ພໍ່ແມ່ປະຊາຊົນຊາວແຂວງຄຳມ່ວນ ເພື່ອເປັນການສ້າງລາຍໄດ້ນໍາເອົາເງິນຕາເຂົ້າປະເທດ ກໍ່ຄືເຂົ້າແຂວງ, ສ້າງວຽກເຮັດງານທໍາ, ກະຈາຍລາຍໄດ້ໃຫ້ຜູ້ປະກອບການ ແລະ ປະຊາ ຊົນຜູ້ທໍາການຜະລິດ, ເຮັດໃຫ້ເສດຖະກິດແຫ່ງຊາດກໍ່ຄືເສດຖະກິດຂອງແຂວງ, ມີຄວາມເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາດີຂຶ້ນເລື້ອຍໆ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນຈົ່ງຮ່ວມແຮງ, ຮ່ວມໃຈກັນເປັນເຈົ້າພາບທີ່ດີ ຕ້ອນຮັບແຂກບ້ານ-ແຂກເມືອງ ດ້ວຍຄວາມຍີ້ມແຍ້ມແຈ່ມໄສ, ໂອບເອື້ອອາລີ, ມີນໍ້າໃຈໄມຕີຈິດມິດຕະພາບ, ເຮັດໃຫ້ນັກທ່ອງທ່ຽວມີຄວາມຮູ້ສຶກອົບອຸ່ນ, ມີຄວາມປອດໄພ ແລະ ມີຄວາມຮູ້ສຶກຢູ່ປະເທດບ້ານເກີດເມືອງນອນຂອງຕົນເອງແທ້ໆ, ສ້າງຄວາມປະທັບໃຈ, ຄວາມເບີກບານມ່ວນຊື່ນໃຫ້ກັບນັກທ່ອງທ່ຽວໃຫ້ສົມກັບຊື່ວ່າແຂວງຄຳມ່ວນ, ໃຫ້ນັກທ່ອງທ່ຽວມາແລ້ວຢາກມາອີກ.
ໂອກາດພິທີຄວາມໝາຍຄວາມສໍາຄັນນີ້ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ ແລະ ບັນດາທ່ານການນໍາທີ່ເຂົ້າຮ່ວມໄດ້ເປັນກຽດຂຶ້ນຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດເພື່ອຄວາມເປັນສິລິມຸງຄຸນໃນການເປີດປີທ່ອງທ່ຽວລາວ 2024 ແລະ ໃນຕອນຄໍ່າຂອງວັນດຽວກັນຍັງໄດ້ຊົມການຈູດບັ້ງພຸອີກດ້ວຍ.