ຄໍາມ່ວນ ມອບລາງວັນໃຫ້ອັນດັບທີ 1-3 ໃນການປະກວດລໍາຜະຫຍາມະຫາໄຊ ແລະ ເປົ່າແຄນບຸໃນບຸນພຣະທາດສີໂຄດຕະບອງປີ 2024

ການຈັດງານສະແດງສິລະປະວັນນະຄະດີ, ປະກວດລຳຜະຫຍາມະຫາໄຊ, ປະກວດເປົ່າແຄນ, ການເດີນແບບ ແລະ ປະກວດນາງສາວອາພອນເຜົ່າ 9 ເຜົ່າ ໃນງານບຸນນະມັດສະການພະທາດສີໂຄດຕະບອງ ປະຈຳປີ 2024 ແມ່ນໄດ້ຈັດຂຶ້ນລະຫວ່າງຄືນຂອງວັນທີ 22-24 ກຸມພາ 2024 ໂດຍມີ 6 ກິດຈະກໍາຫຼັກຄື:​ ການສະແດງສິລະປະວັນນະຄະດີ, ການປະກວດລຳຜະຫຍາມະຫາໄຊ, ປະກວດເປົ່າແຄນ, ການເດີນແບບຊຸດອາພອນເຜົ່າ, ການປະກວດນາງສາວອາພອນເຜົ່າ ແລະ ຄະນະໝໍລຳເລື້ອງ. ໃນການເຂົ້າຮ່ວມງານຄັ້ງນີ້ ມີໜ່ວຍສິລະປະຈາກບັນດາເມືອງ 10 ຕົວເມືອງ, ໂຮງຮຽນພາຍໃນເທດສະບານແຂວງ. ການປະກວດໝໍລຳມະຫາໄຊ ໃນເບື້ອງຕົ້ນ ມີເມືອງທີ່ພ້ອມສົ່ງໝໍລຳເຂົ້າປະກວດ 7 ທ່ານ, ໝໍແຄນ 7 ທ່ານ ແຕ່ມາເຖິງມື້ຈັດຕັ້ງປະຕິບັດມີໝໍລຳເຂົ້າຮ່ວມຕົວຈິງ 6 ທ່ານ, ໝໍແຄນ 5 ທ່ານ, ຍ້ອນຜູ້ເຂົ້າປະກວດຈາກບາງເມືອງບໍ່ມີຄວາມພ້ອມ. ການປະກວດນາງສາວອາພອນເຜົ່າ 9 ເຜົ່າ, ເຊິ່ງຜູ້ເຂົ້າປະກວດໄດ້ມາຈາກການຄັດເລືອກຈາກໂຮງຮຽນອ້ອມຂ້າງແຂວງ ແລະ ຕົວແທນມາຈາກເມືອງ ໜອງບົກ 1 ຄົນລວມມີ 17 ຄົນ, ໄດ້ແຕ່ງຕັ້ງຄະນະກຳມະການຮັບຜິດຊອບການຄັດຕົວໃນວັນທີ 19 ກຸມພາ 2024 ຢູ່ທີ່ກອງບັນຊາການທະຫານເມືອງທ່າແຂກສາມາດຄັດໄດ້ 9 ຄົນ, ໂດຍລວມແລ້ວການຈັດງານໃນ 3 ວັນ ມີລາຍການປະກວດ, ລາຍການສະແດງຫຼາຍກວ່າ 50 ລາຍການ, ຜູ້ເຂົ້າຮ່ວມກິດຈະກຳການປະກວດ, ການສະແດງ 250 ກວ່າຄົນ.

ສະເພາະໃນຄໍ່າຄືນຂອງວັນທີ 22 – 23 ຜ່ານມານີ້ແມ່ນໄດ້ສໍາເລັດໃນພາກສ່ວນການປະກວດລໍາຜະຫຍາມະຫາໄຊ ແລະ ປະກວດເປົ່າແຄນເຊິ່ງນອນໃນບັນດາລາຍການທັງໝົດ . ໂດຍການໃຫ້ກຽດເຂົ້າຮັບຊົມຂອງທ່ານ ວັນໄຊ ພອງສະຫວັນເຈົ້າແຂວງຄໍາມ່ວນ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ , ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ຖວທ ແຂວງ ,​ມີບັນດາທ່ານໃນຄະນະການນໍາຂັ້ນແຂວງ ,​ຄະນະນໍາໃນຂົງເຂດ ຖວທ ແຂວງ , ພະນັກງານວິຊາການ , ຄະນະນັກສະແດງຜູ້ເຂົ້າປະກວດຈາກສ່ວນຕ່າງໆຕະຫຼອດມວນຊົນທີ່ມາທ່ຽວພາຍໃນງານເຂົ້າຮ່ວມຊົມເປັນຈໍານວນຫຼາຍ .

ຜົນການປະກວດລໍາຜະຫຍາມະຫາໄຊອັນດັບທີ 1 ທ່ານ ຄຳຜັນ ເມືອງຫີນບູນ ໄດ້ຮັບເງິນລາງວັນ 3 ລ້ານກີບ,ອັນດັບທີ 2 ທ່ານ ນາງ ແພງສີ ເມືອງທ່າແຂກໄດ້ຮັບເງິນລາງວັນ 2 ລ້ານກີບ,ອັນດັບທີ 3 ທ່ານ ສຳລານໄຊ ເມືອງໜອງບົກ ໄດ້ຮັບເງິນລາງວັນ 1,5 ລ້ານກີບ .

ສໍາລັບການປະກວດເປົ່າແຄນອັນດັບທີ 1 ທ່ານ ແສງຈັນ ເມືອງໜອງບົກໄດ້ຮັບເງິນລາງວັນ 3 ລ້ານກີບ,ອັນດັບທີ 2 ທ່ານ ກໍ່າ ເມືອງຍົມມະລາດໄດ້ຮັບເງິນລາງວັນ 2 ລ້ານກີບ,ອັນດັບທີ 3 ທ່ານ ສອນຈະເລີນ ເມືອງທ່າແຂກ ໄດ້ຮັບເງິນລາງວັນ 1,5 ລ້ານກີບ .

ໃຫ້ກຽດມອບເງິນລາງວັນໃຫ້ແກ່ອັນດັບທີ 1 ທັງເປົ່າແຄນ ແລະ ລໍາມະຫາໄຊໂດຍທ່ານ ວັນໄຊ ພອງສະຫວັນເຈົ້າແຂວງຄໍາມ່ວນ,ມອບເງິນລາງວັນໃຫ້ແກ່ອັນດັບທີ 2 ເປົ່າແຄນ ແລະ ລໍາມະຫາໄຊໂດຍທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ມອບເງິນລາງວັນໃຫ້ແກ່ອັນດັບທີ 2 ເປົ່າແຄນ ແລະ ລໍາມະຫາໄຊໂດຍທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງຄໍາມ່ວນ . ນອກຈາກນັ້ນແລ້ວ ຍັງໄດ້ມອບເງິນຊຸກຍູ້ໃຫ້ກັບບັນດາໜ່ວຍສິລະປະວັນນະຄະດີທີ່ເຂົ້າຮ່ວມປະກວດໃນຄັ້ງນີ້ອີກດ້ວຍໂດຍການມອບໂດຍທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ .

Scroll to Top