ຄໍາມ່ວນ ກະກຽມເປີດປີທ່ອງທ່ຽວລາວ 2024 ຕິດພັນກັບ 3 ຍອດຍິ່ງທີ່ເປັນທ່າແຮງຂອງແຂວງ

ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ຄຳມ່ວນ ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ ໃນນາມປະທານຄະນະກຳມະການຈັດງານປີທ່ອງທ່ຽວລາວ 2024 ແຂວງຄໍາມ່ວນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຂອງແຂວງ ວັນທີ 26 ມັງກອນ 2024 ທີ່ເຮືອນຮັບແຂກເລກ 1 ຂອງແຂວງ : ກ່ຽວກັບການກະກຽມຄວາມພ້ອມຮອບດ້ານໃນການເປີດປີທ່ອງທ່ຽວລາວ 2024 ໂດຍພາຍໃຕ້ຄໍາຂວັນທີ່ວ່າ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ “. ແຂວງຄໍາມ່ວນ ກໍ່ໄດ້ສົມທົບກັບ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ເຫັນດີເປັນເອກະພາບ ກຳນົດແຜນຈັດປີທ່ອງທ່ຽວລາວ 2024 ໂດຍພື້ນຖານແມ່ນໄດ້ກະກຽມຈັດກິດຈະກໍາທີ່ຕິດພັນກັບ 3 ຍອດຍິ່ງທີ່ເປັນທ່າແຮງທາງດ້ານການທ່ອງທ່ຽວຂອງແຂວງ ເຊິ່ງປະກອບມີທັງໝົດ ຈຳນວນ 27 ກິດຈະກຳ ໃນນັ້ນ: ປະກອບມີ 1 ກິດຈະກຳ ລະດັບຊາດ ທີ່ສິ່ງຍອດຍິ່ງທາງດ້ານວັດທະນະທຳ ຄື: ບຸນນະມັດສະການພະທາດສີໂຄດຕະບອງ, ມີ 2 ກິດຈະກຳລະດັບແຂວງຄື: ບຸນລະນຶກເຫດການ 21 ມີນາ 1946 ທີ່ສິ່ງຍອດຍິ່ງທາງດ້ານປະຫວັດສາດ; ວົງຈອນທ່ອງທ່ຽວເດີລຸບ(The Loop) ທີ່ສິ່ງຍອດຍິ່ງທາງດ້ານທຳມະຊາດ ແລະ ກິດຈະກຳລະດັບເມືອງຢູ່ຂັ້ນທ້ອງຖິ່ນຮາກຖານຈຳນວນ 24 ກິດຈະກຳ ແລະ ໃນວັນທີ 3 ກຸມພາ 2024 ທີ່ຈະມາເຖິງນີ້ ແຂວງພວກເຮົາ ຈະຈັດພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງ ໄປພ້ອມກັບການເປີດງານຕະຫລາດນັດວາງສະແດງຈຳໜ່າຍສິນຄ້າ ແລະ ຈັດເທສະການອາຫານ; ການແຂ່ງຂັນກິລາ ແລະ ສະແດງສິນລະປະວັນນະຄະດີຂອງມວນຊົນ ຢູ່ທີ່ເທສະບານທ່າແຂກ ຕໍ່ໜ້າໂຮງຮຽນມັດທະຍົມຕອນປາຍທ່າແຂກ;

ນອກນັ້ນກໍ່ຍັງມີງານບຸນນະມັດສະການພະທາດຕຸ້ມພາວັງເມືອງໜອງບົກ, ການຈັດງານເທສະການເຫຼົ້າໄຫຫວານ ຕຳນານເຜົ່າແສກ ຢູ່ທີ່ແຫລ່ງທ່ອງທ່ຽວທ່າຝຣັ່ງວັງສີຄາມ, ງານບຸນກອງເຂົ້າໃຫຍ່ ແລະ ສະເຫຼີມສະຫຼອງສ້າງຕັ້ງເມືອງໄຊບົວທອງຄົບຮອບ 30 ປີ, ງານບຸນນະມັດສະການພະທາດເກດແກ້ວ ເມືອງມະຫາໄຊ, ງານບຸນຖ້ຳພະໜອງປາຝາ ບ້ານນາຂ້າງຊ້າງ ເມືອງທ່າແຂກ, ງານບຸນຫຼິ້ນຫຸ່ນ ບ້ານກອງລໍ ເມືອງຄູນຄໍາ ເຊິ່ງເປັນສະຖານທີ່ແຫລ່ງທ່ອງທ່ຽວທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມໃນລະດັບພາກພື້ນ ແລະ ສາກົນ, ງານບຸນຊວງເຮືອອອກພັນສາພະວໍລະນາໃນທ້າຍປີ ແລະ ງານບຸນປະເພນີອື່ນ. ພື້ນຖານແມ່ນເພື່ອເປັນການສົ່ງເສີມ, ໂຄສະນາ ແລະ ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ສ້າງແຮງກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ ກໍ່ຄືແຂວງໃຫ້ມີຄວາມຄຶກຄື້ນ ລວມທັງການສົ່ງເສີມ ຜະລິດຕະພັນການທ່ອງທ່ຽວ ໃຫ້ມີຄວາມເຂັ້ມແຂງ ສ້າງລາຍຮັບໃຫ້ແກ່ທົ່ວສັງຄົມ ໄປພ້ອມກັບການຊ່ວຍຊຸກຍູ້ການພັດທະນາທາງດ້ານເສດຖະກິດ-ສັງຄົມຂອງແຂວງ ໃຫ້ມີການຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ.

ປະຈຸບັນທົ່ວແຂວງຄໍາມ່ວນພວກເຮົາ ມີແຫຼ່ງທ່ອງທ່ຽວ ທີ່ໄດ້ສຳຫລວດແລ້ວ 210 ແຫ່ງ, ໃນນັ້ນ ແຫຼ່ງທ່ອງທ່ຽວທຳມະຊາດ 145 ແຫ່ງ, ວັດທະນະທໍາ 33 ແຫ່ງ ແລະ ປະຫວັດສາດ 32 ແຫ່ງ. ມີ ສະຖານທີ່ທ່ອງທ່ຽວທີ່ໄດ້ເປີດບໍລິການໃຫ້ແຂກເຂົ້າໄປທ່ຽວຊົມແລ້ວ ຈຳນວນ 87 ແຫ່ງ, ແຫຼ່ງທ່ອງ ທ່ຽວທີ່ໄດ້ຮັບການພັດທະນາແລ້ວ 23 ແຫ່ງ ແລະ ໃນປີນີ້ ຈະມີການເປີດແຫລ່ງທ່ອງທ່ຽວໃໝ່ຕື່ມອີກ 02 ແຫ່ງຄື: ເປີດສະຖານທີ່ແຫລ່ງທ່ອງທ່ຽວຂຸນກອງແລງ ເມືອງຫີນບູນ ແລະ ເປີດສະຖານທີ່ແຫຼ່ງທ່ອງ ທ່ຽວຕາດສຽງລື ເມືອງບົວລະພາ, ພ້ອມດຽວກັນນີ້ ກໍ່ຍັງໄດ້ເອົາໃຈໃສ່ພັດທະນາ ແລະ ສ້າງເງື່ອນໄຂ ສິ່ງອຳນວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການສະຖານທີບ້ານພັກ-ຣີສອດ, ໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ຮ້ານກິນດື່ມຕ່າງໆ ດ້ວຍການຮ່ວມກັບບັນດາຜູ້ປະກອບການທຸລະກິດການທ່ອງທ່ຽວ ແລະ ສະມາຄົມຕ່າງໆ ທີ່ກ່ຽວຂ້ອງ ຈັດເປັນກິດຈະກຳ-ລາຍການທ່ອງທ່ຽວທີ່ຕິດພັນກັບປີທ່ອງທ່ຽວນີ້.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນກິດຈະກຳປີທ່ອງທ່ຽວລາວ 2024 ບັນລຸຕາມລະດັບຄາດໝາຍທີ່ວາງໄວ້, ຄະນະພັກ-ອົງການປົກຄອງແຂວງ ກໍ່ໄດ້ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງ ໃຫ້ສຸມໃສ່ 9 ແຜນງານຫລັກ ຄື : ການໂຄສະນາປະຊາສຳພັນປີທ່ອງທ່ຽວລາວ 2024, ການປັບປຸງໂຄ່ງລ່າງພື້ນຖານຂະ ໜາດນ້ອຍໃຫ້ແກ່ການທ່ອງທ່ຽວ, ການສ້າງຂີດຄວາມສາມາດໃນຂະແໜງການທ່ອງທ່ຽວ, ການປູກຈິດສໍານຶກ, ການເຜີຍແຜ່ລະບຽບການ ແລະ ນິຕິກຳ, ການຈັດລະດັບມາດຕະຖານການທ່ອງທ່ຽວ ຂອງ ສປປ ລາວ ແລະ ມາດຕະຖານອາຊຽນ, ກິດຈະກຳການສົ່ງເສີມການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ການປັບປຸງລະບົບຂໍ້ມູນຂ່າວສານ, ການອອກແບບ ແລະ ການຈັດພິມສື່ສິ່ງພິມໂຄສະນາການທ່ອງທ່ຽວ ແລະການສ້າງຄວາມເຂັ້ມແຂງໃຫ້ກັບພາກທຸລະກິດ.

ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ໄດ້ກ່າວຕື່ມອີກວ່າ : ປີ 2023 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຄໍາມ່ວນ ທັງໝົດ 365,478 ເທື່ອຄົນ, ຖ້າທຽບໃສ່ປີ 2022 ຜ່ານມາເພີ່ມຂຶ້ນ ປະມານ 10% ໃນນີ້: ມີນັກທ່ອງທ່ຽວພາຍໃນ ປະມານ 37%, ນັກທ່ອງທ່ຽວຕ່າງປະເທດ ມີ 63%, ສະເລ່ຍລາຍຮັບສໍາພັດໄດ້ທັງໝົດ 11.916.760 ໂດລາສະຫະລັດ. ສຳລັບຄາດໝາຍ ປີ 2024 ຈະດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວແຂວງຄໍາມ່ວນ ໃຫ້ໄດ້ ຫລາຍກວ່າ 5 ແສນເທື່ອຄົນ; ໃນນີ້: ຄາດວ່າຈະມີນັກທ່ອງທ່ຽວພາຍໃນ ປະມານ 35%, ນັກທ່ອງທ່ຽວຕ່າງປະເທດ ປະມານ 65%; ສ້າງລາຍຮັບສໍາພັດ ຫລາຍວ່າ 15 ລ້ານໂດລາສະຫະລັດ ແລະ ເພື່ອຈັດຕັ້ງຜັນຂະຫຍາຍເຮັດໃຫ້ການປະຕິບັດແຜນກິດຈະກຳ ປີທ່ອງທ່ຽວລາວ 2024 ບັນລຸຕາມລະດັບຄາດໝາຍ ຫັນເຂົ້າສູ່ສະພາບຄວາມເປັນຈິງ ໃນນາມປະທານຄະນະກຳມະການຈັດງານປີທ່ອງທ່ຽວລາວ ແຂວງຄໍາມ່ວນ ຂໍຮຽກຮ້ອງມາຍັງບັນດາ ຜູ້ປະກອບການທຸລະກິດການທ່ອງທ່ຽວ ທັງພາກລັດ-ເອກະຊົນ ໃນທົ່ວສັງຄົມ ຕະຫລອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ຈົ່ງໄດ້ຮ່ວມກັນສະໜັບ ສະໜູນ ແລະ ເປັນເຈົ້າພາບທີ່ດີ ໃນການຕ້ອນຮັບແຂກບ້ານ-ແຂກເມືອງ, ເອົາໃຈໃສ່ປັບປຸງສ້າງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ສ້າງຜະລິດຕະພັນ-ລາຍການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ຫລາຍຮູບ-ຫລາຍແບບ ສາມາດຕອບສະໜອງຄວາມຕ້ອງການກັບທ່າອ່ຽງຂອງນັກທ່ອງທັງພາຍໃນ ແລະ ຕ່າງປະເທດ. ປັບປຸງຄຸນນະພາບການບໍລິການ ການທ່ອງທ່ຽວ ໃຫ້ມີຄວາມປະທັບໃຈ, ອົບອຸ່ນ ຄ້າຍຄືຄອບຄົວດຽວກັນ, ມີຄວາມເປັນທຳ ແລະ ຮັບປະກັນຄວາມປອດໄພ ເຮັດໃຫ້ນັກທ່ອງທ່ຽວມາ ແລ້ວ ກໍຢາກກັບມາຕື່ມອີກ. ເອົາໃຈໃສ່ເພີ່ມທະວີການໃນການໂຄສະນາ ໂດຍນຳໃຊ້ພາຫະນະສື່ມວນ ຊົນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍເປັນກະບອກສຽງໂຄສະນາຢ່າງກວ້າງຂວາງ ແລະ ທົ່ວເຖິງ ກ່ຽວກັບປີທ່ອງທ່ຽວລາວ 2024 ຂອງແຂວງຄຳມ່ວນ ເພື່ອໃຫ້ນັກທ່ອງທ່ຽວໄດ້ຮັບຮູ້ ແລະ ເຂົ້າເຖິງຂໍ້ມູນຂ່າວສານສະດວກສະບາຍຂຶ້ນ ເຮັດໃຫ້ປີທ່ອງທ່ຽວລາວ 2024 ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ແຂວງຄໍາມ່ວນຂອງພວກເຮົາ ພ້ອມແລ້ວທີ່ຈະອຳນວຍຄວາມ ສະດວກ ແລະ ຍິນດີຕ້ອນຮັບທຸກໆທ່ານ ເຂົ້າສູ່ດິນແດນ: ພະທາດສີໂຄດຕະບອງງາມສະຫງ່າ, ລຳຜະຫຍາມະຫາໄຊ, ກຳແພງໃຫຍ່ພູຄັນນາ, ຜາຫີນໜາມໜໍ່, ບໍ່ໄຟຟ້ານໍ້າເທີນ 2, ກອງລໍ-ນາຕານນໍ້າລອດຖ້ຳ, ວິລະກຳ 21 ມີນາ 1946 ແຫ່ງນີ້.

Scroll to Top